ສາທາກຳນົດ 3 ປັດໄຈ ຍົກລະດັບການບໍລິການ ກ້າວສູ່ຄຸນນະພາບ

165

ໄລຍະຜ່ານມາ, ເກີດມີຫຼາຍກໍລະນີ ທີ່ໄດ້ຮັບການສະທ້ອນຈາກສັງຄົມ ກ່ຽວກັບການໃຫ້ບໍລິການດ້ານສາທາລະນະສຸກຂອງບັນດາແພດໝໍລາວຢູ່ຕາມບັນດາໂຮງໝໍຕ່າງໆໃນລາວ. ສະນັ້ນ, ເພື່ອເປັນການຫຼຸດຜ່ອນບັນຫາດັ່ງກ່າວ ກະຊວງສາທາລະນະສຸກໄດ້ຖືເອົາ 3 ປັດໃຈສໍາຄັນ ເພື່ອຍົກລະດັບການບໍລິການສາທາລະນະສຸກຂອງລາວໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ແນໃສ່ສ້າງຄວາມເຊື່ອໜັ້ນໃຫ້ປະຊາຊົນຕໍ່ຄວາມສາມາດຂອງແພດໝໍລາວ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ທີ່ຈັດຂຶ້ນລະຫວ່າງວັນທີ 19-20 ທັນວາ 209 ຜ່ານມາ, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດວ່າ: 3 ປັດໄຈສໍາຄັນທີ່ຂະແໜງສາທາລະນະສຸກເນັ້ນໜັກໃສ່ຈັດຕັ້ງປະຕິບັດ ແມ່ນການປັບປຸງດ້ານບຸກຄະລາກອນ, ພະນັກງານແພດ-ໝໍ ຕ້ອງມີຄວາມສາມາດທາງດ້ານວິຊາການ, ມີຄຸນນະພາບດ້ານຈັນຍາບັນ ແລະ ຈັນຍາທຳ, ພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກ ດ້ານສາທາລະນະສຸກ ລວມເຖິງລະບົບການເຮັດວຽກຕ້ອງໄດ້ຮັບການປັບປຸງນັບແຕ່ສູນກາງລົງຮອດທ້ອງຖິ່ນ.

ທ່ານ ລັດຖະມົນຕີໃຫ້ຮູ້ຕື່ມວ່າ: ປັດຈຸບັນໂຮງໝໍນັບແຕ່ສູນກາງ ແລະ ທ້ອງຖິ່ນລ້ວນແຕ່ໄດ້ຮັບການຍົກລະດັບໃຫ້ທັນສະໄໝ ແລະ ໄດ້ມາດຕະຖານຫຼາຍຂິ້ນ ໂດຍສະເພາະການກໍ່ສ້າງໂຮງໝໍໃໝ່ ທັນສະໄໝ ມາດຕະຖານສາກົນ 308 ຕຽງຢູ່ໂຮງໝໍມິດຕະພາບ. ເຊິ່ງໄດ້ເປີດການນໍາໃຊ້ຢ່າງເປັນທາງການແລ້ວ ແລະ ຍົກລະດັບໂຮງໝໍມະໂຫສົດເປັນໂຮງໝໍທັນສະໄໝ 600 ຕຽງ ແລະ ໂຮງໝໍເສດຖາທິລາດ ກໍາລັງປັບປຸງຍົກລະດັບເຊັ່ນກັນ.

ນອກນີ້, ຍັງມີໂຮງໝໍແຂວງ 17 ແຫ່ງ ໂຮງໝໍເມືອງ 135 ແຫ່ງ ແລະ ສຸກສາລາ 1.020 ແຫ່ງ. ຄຽງຄູ່ກັນນັ້ນ, ໂຮງໝໍເອກະຊົນມີຈໍານວນເພີ່ມຂຶ້ນ ທີ່ໄດ້ຮັບອະນຸຍາດມີ 27ແຫ່ງ ໃນນີ້ ຢູ່ນະຄອນຫຼວງວຽງຈັນ 18 ແຫ່ງ ແລະ ຕ່າງແຂວງ 9 ແຫ່ງ ມີຄລິນິກເອກະຊົນ 1.050 ແຫ່ງ.

ທີ່ມາ: Lao National Radio