7 ສະໝູນໄພພື້ນບ້ານ ແກ້ເບົາຫວານ ແລະ ຄວາມດັນໄດ້

445

ໂລກເບົາຫວານເປັນໂລກຊ້ຳເຮື້ອທີ່ຮັກສາບໍ່ຫາຍ ເຊິ່ງຜູ້ປ່ວຍຈະມີອາການນ້ຳຕານໃນເລືອດສູງເພາະຮ່າງກາຍບໍ່ສາມາດນຳນ້ຳຕານໃນເລືອດທີ່ໄດ້ຈາກອາຫານໄປໃຊ້ໄດ້ປົກກະຕິ. ສາເຫດເກີດຈາກຮ່າງກາຍມີຄວາມບົກພ່ອງຈາກຕັບອ່ອນເພຍ, ເກີດຈາກການລັ່ງອິນຊູລິນຜິດປົກກະຕິ ເຊິ່ງອິນຊູລິນມີໜ້າທີ່ນຳນ້ຳຕານໃນເລືອດໄປສູ່ເນື້ອເຍື່ອຕ່າງໆໃນຮ່າງກາຍເພື່ອສ້າງພະລັງງານເມື່ອຮ່າງກາຍອິນຊູລິນບໍ່ພຽງພໍກໍຈະເຮັດໃຫ້ນ້ຳຕານໃນເລືອດສູງຂຶ້ນນັ້ນເອງ.

ເຊິ່ງຄົນປ່ວຍມັກຈະເກີດໂລກແຊກຊ້ອນຕ່າງໆຕາມມາເຊັ່ນ: ໂລກຄວາມດັນ, ໂລກຫຼອດເລືອດໃນຫົວໃຈ, ຫຼອດເລືອໃນສະໝອງ, ຫົວໄຈວາຍ, ອາການຊາ, ປະສາດເສື່ອມ, ຕາມົວ, ເກີດຕໍ້, ຕໍ້ແວ່ນ ເຊິ່ງໂລກທີ່ມັກເປັນຄູ່ກັບໂລກເບົາຫວານຄືຄວາມດັນເລືອດ. ໃນປັດຈຸບັນ, ການຮັກສາເບົາຫວານ ແລະ ຄວາມດັນເລືອດ ແພດຈະໃຫ້ຢາມາກິນເພື່ອຊ່ວຍປະຄອງ ແລະ ຮັກສາອາການ.

ສະນັ້ນ, ຜູ້ປ່ວຍເບົາຫວານ ແລະ ຄວາມດັນເລືອດລ້ວນແຕ່ສະແຫວງຫາວິທີຈະຮັກສາໂລກນີ້ດ້ວຍການໃຊ້ສະໝຸນໄພຖືເປັນແນວທາງການຮັກສາອີກທາງໜຶ່ງທີ່ໄດ້ຮັບຄວາມນິຍົມ ເຊິ່ງມີສະໝຸນໄພຫຼາຍຊະນິດທີ່ມີລາຍງານການສຶກສາວ່າມີສິດລົດລະດັບນ້ຳຕານໃນເລືອດ, ຕ້ານອະນຸມູນອິດສະຫຼະ, ລົດໄຂມັນໃນເລືອດ, ເຮັດໃຫ້ການໄຫຼວຽນຂອງຫຼອດເລືອດດີຂຶ້ນ ເຊິ່ງສະໝູນໄພທີ່ນິຍົມໃນການນຳມາຮັກສາໂລກເບົາຫວານ ແລະ ຄວາມດັນເລືອດ ແມ່ນຫຍັງແດ່? ມື້ນີ້ພວກເຮົາຈະມາທ່ານມາຮູ້ຈັກກັບສະໝູນໄພແກ້ເບົາຫວານ ແລະ ຄວາມດັນເລືອດ ດັ່ງຕໍ່ໄປນີ້:

1 ໝາກມະລະ ຫຼື ພັກໄຊ: ເປັນພືດຊະນິດເຄືອ ແລະ ເປັນຜັກພື້ນບ້ານ ອາດຈະນຳມາລວກກິນກັບແຈ່ວແຊບໆ ພ້ອມທັງມີວິຕາມິນ ເອ ແລະ ຊີ ສູງ ມີສັບພະຄຸນໃນການຫຼຸດນ້ຳຕານໃນເລືອດ.

2 ໃບຢານາງ: ມີສັບພະຄຸນເປັນຢາເຢັນ ເມື່ອເຮົາກິນເຂົ້າໄປຈະເຮັດໃຫ້ຮ່າງກາຍເຢັນລົງ, ເຮັດໃຫ້ລະບົບໃນຮ່າງກາຍສາມາດຜະລິດອິນຊູລິນມາເຜົາຜານນ້ຳຕານໄດ້ເປັນປົກກະຕິຈຶ່ງເປັນສະໝຸນໄພແກ້ເບົາຫວານໄດ້ນັ້ນເອງ.

3 ກະທຽມ: ມີຄຸນສົມບັດຊ່ວຍລົດຄວາມດັນໂລຫິດລົງໄດ້ ຄວນກິນຫົວກະທຽມແກ່ ຫາກກິນສົດຈະໄດ້ຮັບຄຸນປະໂຫຍດຫຼາຍກວ່າກະທຽມສຸກແລ້ວ.

4 ຫົວສີໄຄ: ເປັນສະໝຸນໄພແກ້ເບົາຫວານ ແລະ ຄວາມດັນທີ່ເຮົາຮູ້ຈັກກັນດີ ແລະ ນິຍົມນຳມາປະກອບອາຫານ ເຊິ່ງຫົວສີໄຄຈະມີສັບພະຄຸນໃນການຂັບປັດສະວະ, ຂັບລົມ ແລະ ຍັງຊ່ວຍລົດຄວາມດັນໂລຫິດໄດ້ອີກດ້ວຍ.

5 ຜັກຕຳນິນ: ໃນຜັກຕຳນິນມີປະໂຫຍດທີ່ຫຼາກຫຼາຍເປັນຢາພື້ນບ້ານໃຊ້ຮັກສາໂລກເບົາຫານ, ສາມາດໃຊ້ໄດ້ທັງຮາກ, ເຄືອນ, ໃບ ເຊິ່ງມີສູດຫຼາກຫຼາຍ ໂດຍສະເພາະແມ່ນຊາວບ້ານໃຊ້ຜັກຕຳນິນເປັນຢາປະຈຳແກ້ໂລກເບົາຫວານ.

6 ຜັກຊຽງດາ: ມີລັກສະນະເປັນເຄືອສີຂຽວ ມີລົດຂົມອ່ອນໆ ແລະ ມີສານຕ້ານອະນຸມູນອິດສະຫຼະສູງ ເປັນຜັກທີ່ໝໍຢາພື້ນບ້ານໃຊ້ເປັນຜັກເພື່ອເພີ່ມກຳລັງ ທັງຍັງສາມາດໃຊ້ເປັນຢາລົດນ້ຳໜັກໄດ້ເນື່ອງຈາກວ່າຜັກຊຽງດາ ຊ່ວຍໃຫ້ມີການນຳນ້ຳຕານໄປເຜົາຜານຫຼາຍກວ່າການໄປສ້າງເປັນໄຂມັນສະສົມ ເຊິ່ງມີການສຶກສາຜູ້ປ່ວຍຈາກໂລກເບົາຫວານທີ່ໃຊ້ຜັກຊຽງດາໃນການຮັກສາ ສາມາດລົດປະລິມານການໃຊ້ຢາແຜ່ນປັດຈຸບັນໄດ້ ແລະ ບາງລາຍສາມາດລົດໃຊ້ຜັກຊຽງດາຢ່າງດຽວໃນການຄວບຄຸມລະດັບນ້ຳຕານໃນເລືອດໄດ້.

7 ຜັກນາງເລີດ: ເປັນຜັກພື້ນບ້ານ ເຊິ່ງເປັນສະໝຸນໄພແກ້ເບົາຫວານ ແລະ ຄວາມດັນ ນິຍົມນຳມາກິນສົດ ໃນຕຳລັບຢາສະໝຸນໄພພື້ນບ້ານສາມາດນຳໃບນາງເລີດມາຕົ້ມເພື່ອລົດເບົາຫວານໄດ້ເນື່ອງຈາກໃບນາງເລີດມີສັບພະຄຸນໃນການລົດລະດັບນ້ຳຕານໃນເລືອດໄດ້ເປັນຢ່າງດີ ທັງມີສານຕໍ່ຕ້ານອະນຸມູນອິດສະຫຼະສູງ, ມີແຄວຊຽມ, ວິຕາມິນເອ ແລະ ຊີ ສູງ.

ການເລືອກໃຊ້ສະໝຸນໄພໃນການຮັກສາໂລກຄວາມດັນເລືອດ ແລະ ເບົາຫວານ ເຖິງແມ່ນວ່າຈະເປັນທາງເລືອກໜຶ່ງສຳລັບຄົນປ່ວຍ ແຕ່ສິ່ງສຳຄັນທີ່ຕ້ອງລະມັດລະວັງຄືສະໝຸນໄພບາງຊະນິດອາດສົ່ງຜົນເປັນຜິດຕໍ່ຮ່າງກາຍຖ້າຫາກໃຊ້ບໍ່ຖືກຕ້ອງ ດັ່ງນັ້ນ, ຄວນປຶດສາແພດ ຫຼື ຜູ້ຊຽວຊານກ່ອນທີ່ຈະເລືອກໃຊ້ສະໝຸນໄພແກ້ເບົາຫວານ ແລະ ຄວາມດັນ ເຫຼົ່ານີ້ ລວມເຖິງການເລືອກກິນຜະລິດຕະພັນອາຫານເສີມ ຄວນເປັນສານສະກັດຈາກສະໝຸນໄພ ແລະ ຜ່ານການກວດກາຈາກອົງການ ອາຫານ ແລະ ຢາ ຮັບຮອງຄວາມປອດໄພ.