ນັກສຶກສາມຊ 60 ຄົນໄດ້ຮັບທຶນການສຶກສາຈາກ ສປ ຈີນປະຈໍາລາວ

216

ໃນວັນທີ 24 ທັນວາ 2019 ສະຖານທູດ ສປ ຈີນປະຈໍາ ສປປ ລາວ ໄດ້ມອບທຶນການສຶກສາ ເອກອັກຄະລັດຖະທູດ ສປ ຈີນ ໃຫ້ກັບນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ (ມຊ) ຈຳນວນ 60 ຄົນ. ເປັນກຽດມອບໂດຍທ່ານ ຈ່ຽງຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນປະຈໍາ ສປປ ລາວ ແລະ ຮັບໂດຍທ່ານ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ດ້ວຍການເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ, ບັນດາຄູອາຈານ ນັກສຶກສາຈໍານວນ 200 ກວ່າຄົນ.

ທ່ານ ສົມສີ ຍໍພັນໄຊ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະ ບານ ສປ ຈີນ ວ່າ: ທຶນການສຶກສາດັ່ງກ່າວເປັນໂອກາດທີ່ດີແລະມີຄວາມ ສຳຄັນຍິ່ງທັງເປັນກໍາລັງໃຈໃຫ້ກັບນັກສຶກສາ, ນອກນີ້ຍັງເປັນການປະກອບສ່ວນທີ່ ສໍາຄັນເຂົ້າໃນການສ້າງຊັບພະຍາກອນມະນຸດກໍຄືການພັດທະນາເສດຖະກິດ-ສັງຄົມຂອງ ລາວອີກດ້ວຍ.

ໂອກາດນີ້, ທ່ານ ຈ່ຽງຈ້າຍຕຸ່ງ ກ່າວວ່າ, ພັກແລະລັດຖະບານຂອງສອງປະເທດຈີນ-ລາວ ລ້ວນແຕ່ໃຫ້ຄວາມສຳຄັນຕໍ່ການສຶກສາ. ສະຖານທູດ ຈີນ ປະຈໍາ ລາວ ຍິນດີ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອກໍ່ຄືສ້າງໂອກາດໃຫ້ກັບນັກສຶກສາລາວໃນການຮ່ຳຮຽນ. ຫວັງວ່ານັກສຶກສາທີ່ໄດ້ຮັບທຶນການສຶກສາເປັນຜູ້ສືບທອດພະລາກິດສັງຄົມນິຍົມຂອງລາວກໍ່ຄືເປັນຜູ້ສ້າງມິດຕະພາບຈີນ-ລາວ ຈະຕັ້ງໃຈຮ່ຳຮຽນ ເພື່ອປະກອບສ່ວນເຂົ້າໃນການ ສ້າງສາພັດທະນາປະເທດຊາດກໍຄືການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວນໍາອີກ.

ນາງ ດອກຊ້ອນ ແສນບຸນໂຮມ ນັກສຶກສາຈາກຄະນະວິທະຍາສາດທໍາມະຊາດ ເປັນ ໜຶ່ງໃນບັນດານັກສຶກສາທີ່ໄດ້ຮັບທຶນການສຶກສາໃນຄັ້ງນີ້. ນາງໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ວ່າ, ຕົນເອງຈະນໍາໃຊ້ທຶນດັ່ງກ່າວໃຫ້ ເກີດປະສິດທິພາບສູງສຸດ.

ທຶນການສຶກສາເອກອັກຄະລັດຖະທູດ ສປ ຈີນ ເລີ່ມມີຂຶ້ນເມື່ອປີ 2014 ໂດຍມີຈຸດປະສົງ ເພື່ອຊ່ວຍເຫຼືອນັກສຶກສາທີ່ມີຄຸນສົມບັດດີແລະຮຽນດີແຕ່ຄອບຄົວທຸກຍາກ ເຊິ່ງໄດ້ຈັດຂຶ້ນ 6 ປີຊ້ອນແລ້ວ. ຂ່າວແຈ້ງວ່າ, ຜ່ານມາມີນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກສະ ຖານທູດ ຈີນ ປະຈໍາ ລາວແລ້ວຈໍານວນ 207 ທຶນ. ປັດຈຸບັນ, ລາວເປັນປະເທດອັນ ດັບ 1 ໃນບັນດາປະເທດອາຊຽນທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນ, ຂະນະທີ່ ນັກສຶກສາລາວທີ່ກໍາລັງສຶກສາຢູ່ຈີນກໍຢູ່ໃນລະດັບແຖວໜ້າໃນບັນດາປະເທດອາຊຽນອີກດ້ວຍ.

ຈາກ: CRI-FM93