ຢຶດ ພ້ອມທຳລາຍສິນຄ້າໝົດອາຍຸຫຼາຍລາຍການ ຢູ່ອຸດົມໄຊ

309

ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າລອກຮຽນແບບ, ສິນຄ້າເກືອດຫ້າມ ແລະ ສິນຄ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ທີ່ເຈົ້າໜ້າທີ່ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຢຶດມາໄດ້ໃນໄລຍະຜ່ານມາ ເພື່ອທຳລາຍຖິ້ມ ໃນນັ້ນມີສິນຄ້າໝົດອາຍຸປະເພດເຄື່ອງດື່ມ ແລະ ອາຫານແຫ້ງ, ສິນຄ້າປອມແປງ ລອກຮຽນແບບ ແລະ ສິນຄ້າທີ່ຜິດລະບຽບ ກົດໝາຍມີປະເພດແຟັບ ຈານດາວທຽມ, ແປ້ງນົວ ຢາສະຫົວ ຢາສູບ ແລະ ເຄື່ອງຊ໋ອດປາຈຳນວນ 4 ເຄື່ອງ ລວມມູນຄ່າທັງໝົດປະມານ 61.841.000 ກີບ.

ທ່ານ ຈັນເພັງ ຕອມກັນຍາ ຫົວໜ້າຂະແໜງການຄ້າພາຍໃນໃຫ້ຮູ້ວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ດຳລັດວ່າດ້ວຍການກວດກາການຄ້າ ເຈົ້າໜ້າທີ່ກວດກາການຄ້າກໍໄດ້ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ ແລະ ສະກັດກັ້ນ ບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຢ່າງເປັນປົກກະຕິ ເພື່ອເຮັດໃຫ້ສັງຄົມມີຄວາມສະຫົງບ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໄດ້ຮັບການບໍລິໂພກ ແລະ ອຸປະໂພກ ສິນຄ້າທີ່ມີຄຸນນະພາບ ສິນຄ້າໄດ້ມາດຕະຖານ ແລະ ປອດໄພຕໍ່ສຸຂະພາບ.

ພ້ອມກັນນີ້, ກໍ່ຂໍຮຽກຮ້ອງໃຫ້ຜູ້ປະກອບການຖືສຳຄັນໃນການປະຕິບັດລະບຽບກົດໝາຍ ແລະ ກວດກາເບີ່ງສິນຄ້າກ່ອນທີ່ຈະນຳມາວາງຂາຍ ສ່ວນຜູ້ບໍລິໂພກກ່ອນຈະຊື້ເຄື່ອງບໍລິໂພກປະເພດອາຫານແຫ້ງກໍຄວນກວດກາເບີ່ງວັນເດືອນປີທີ່ຜະລິດໃຫ້ລະອຽດເພື່ອໃຫ້ໄດ້ຮັບສິນຄ້າທີ່ດີ ມີຄຸນນະພາບ ແລະ ປອດໄພຕໍ່ສຸຂະພາບ.

ພິທິດັ່ງກ່າວຈັດຂຶ້ນ ໃນວັນທີ 24 ທັນວາ 2019 ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ສອນທະນູ ສິງດາລາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ອຸດົມໄຊ, ມີຕາງໜ້າຈາກພະແນກການ ອົງການທີ່ກ່ຽວຂ້ອງ, ຫົວໜ້າຂະແໜງການພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍເຈົ້າໜ້າທີ່ກວດກາການຄ້າເຂົ້າຮ່ວມ.