ຄະນະຈັດງານບຸນມະໂຫລານສົ່ງເສີມການອ່ານຄັ້ງທີ 2 ມອບປື້ມໃຫ້ບັນດາໂຮງຮຽນ ນວ 500 ກວ່າແຫ່ງ

101

ໃນຕອນເຊົ້າຂອງວັນທີ 25 ທັນວາ 2019 ຄະນະຈັດງານບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ 2 ປີ 2019 ໄດ້ມອບປື້ມອ່ານ ມູນຄ່າ 1 ລ້ານກີບຕໍ່1ໂຮງຮຽນ ໃຫ້ຫ້ອງການສຶກສາ ແລະ ກິລາ 9 ເມືອງ ເພື່ອນຳໄປແຈກຍາຍຕໍ່ໃຫ້ບັນດາໂຮງຮຽນຕ່າງໆ ຈຳນວນ 533 ແຫ່ງ ໃນສົກຮຽນ 2019-2020 ນີ້.

ພິທີມອບ-ຮັບ ປື້ມດັ່ງກ່າວ, ມີຂຶ້ນທີ່ຫ້ອງປະຊຸມສູນພັດທະນາເດັກພະແນກສຶກສາທິການ ແລະ ກິລາ ນວ ເປັນກຽດຕາງໜ້າມອບໂດຍທ່ານ ມານະແຈ້ງມຸກ ຜູ້ອຳນວຍການສຳນັກພິມດີບຸກ ແລະ ຕາງໜ້າຮັບໂດຍທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການສຶກສາ ແລະ ກິລາ 9 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.