5G ພິກສະຖານະການ ສະມາດໂຟນທົ່ວໂລກກັບມາເຕີບໂຕ

150

ປີ 2019 ນັບເປັນຈຸດເລີ່ມຕົ້ນຂອງການທົດລອງໃຊ້ເຕັກໂນໂລຊີ “ 5G ” ໃນປະເທດມະຫາອຳນາດດ້ານເຕັກໂນໂລຊີ ແລະ ເສດຖະກິດຂອງໂລກ ບໍ່ວ່າຈະເປັນ ສປ ຈີນ, ສະຫະລັດອາເມຣິກາ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ບາງປະເທດໃນເອີຣົບ. ແຕ່ທີ່ໜ້າຕິດຕາມເບິ່ງຄືຕັ້ງແຕ່ປີ 2020 ເປັນຕົ້ນໄປເຕັກໂນໂລຊີ “ 5G ” ຈະຂະຫຍາຍໄປທົ່ວໂລກ ໂດຍສະເພາະການໃຊ້ງານໃນກຸ່ມຜູ້ບໍລິໂພກທົ່ວໄປ.

IDC ຄາດວ່າ 5G ຈະເປັນປັດໄຈສຳຄັນທີ່ຊຸກຍູ້ໃຫ້ຕະຫຼາດສະມາດໂຟນທົ່ວໂລກກັບມາເຕີບໂຕ ຫຼັງຕະຫຼາດຫົດຕົວ 3 ປີຕິດຕໍ່ກັນ ໂດຍຄາດວ່າປີ 2020 ຈະມີຍອດຂາຍສະມາດໂຟນທົ່ວໂລກ 1.400 ລ້ານເຄື່ອງ ແລະ ສະມາດໂຟນທີ່ຮອງຮັບເຕັກໂນໂລຊີ 5G ຈະມີຍອດຂາຍບໍ່ຕ່ຳກວ່າ 190 ລ້ານເຄື່ອງ ໂດຍສະເພາະປະເທດຈີນ.

ຫຼັງຈາກຍອດຂາຍສະມາດໂຟນທົ່ວໂລກຫົດຕົວຕິດຕໍ່ກັນ 3 ປີ ແຕ່ຜົນຈາກການເກີດຂຶ້ນຂອງເຕັກໂນໂລຊີ 5G ຈະເປັນແຮງຂັບເຄື່ອນສຳຄັນທີ່ເຮັດໃຫ້ຕະຫຼາດສະມາດໂຟນທົ່ວໂລກກັບມາເຕີບໂຕ ໃນປີ 2020 ໂດຍສະເພາະແຜນເລັ່ງເຄື່ອງພັດທະນາ 5G ຂອງປະເທດຈີນ ທີ່ເຮັດໃຫ້ຜູ້ຜະລິດສະມາດໂຟນຂອງຈີນ ພ້ອມໃຈກັນຜະລິດອຸປະກອນ Smart Device ຮອງຮັບ 5G.

ອິນເຕີເນຊັນນອລ ດາຕາ ຄໍເປີເຣເຊິນ ( International Data Corporation ຫຼື IDC ) ຄາດການວ່າ: ໃນປີ 2020 ຕະຫຼາດສະມາດໂຟນທົ່ວໂລກຈະເຕີບໂຕ 1,5% ຫຼື ຄິດເປັນຍອດຂາຍຫຼາຍກວ່າ 1.400 ລ້ານເຄື່ອງ ໂດຍຄາດວ່າຍອດຂາຍສະມາດໂຟນທີ່ຮອງຮັບເຕັກໂນໂລຊີ 5G ຈະຢູ່ທີ່ 190 ລ້ານເຄື່ອງ ເທົ່າກັບ 14% ຂອງຍອດຂາຍສະມາດໂຟນໂດຍລວມ ເຊິ່ງປະລິມານຍອດຂາຍຂອງປີ 2020 ຫຼາຍກວ່າຍອດຂາຍສະມາດໂຟນເຕັກໂນໂລຊີ 4G ທີ່ເປີດໂຕທຳອິດປີ 2010 ເຊິ່ງເວລານັ້ນເຕີບໂຕຢູ່ທີ່ 1,3%.

ການພັດທະນາ 5G ຫຼ້າສຸດຂອງປະເທດຈີນ ຈະມີຜົນຕໍ່ລະບົບຕ່ອງໂສ້ການສະໜອງຂອງສະມາດໂຟນ ແລະ ຜູ້ຜະລິດ OEM ເຊິ່ງຈີນ ຈະກາຍເປັນຜູ້ນຳຕະຫຼາດອຸປະກອນ 5G ໃນທາງປະລິມານຢ່າງວ່ອງໄວ, ແຕ່ກໍມີຕະຫຼາດ 5G ໃນປະເທດອື່ນທີ່ສຳຄັນບໍ່ວ່າຈະເປັນສະຫະລັດອາເມຣິກາ, ສ.ເກົາຫຼີ ແລະ ປະເທດອື່ນໆຈະເປັນແຮງຍູ້ຍອດຂາຍອຸປະກອນ 5G ໃນປີ 2020 ເຕີບໂຕເຊັ່ນກັນ.

ທ່ານ ຣາຍອັນ ຣິດ ( Ryan Reith ) ຮອງປະທານດ້ານການຕິດຕາມອຸປະກອນສະມາດໂຟນທົ່ວໂລກຂອງ IDC ກ່າວວ່າ: ປັດໄຈດ້ານລາຄາທັງອຸປະກອນ Device ແລະ Service 5G ມີຜົນຕໍ່ການຂະຫຍາຍຕົວການໃຊ້ງານ ເຊິ່ງເຮົາໝັ້ນໃຈວ່າຕໍ່ໄປລາຄາສະມາດໂຟນ 5G ຈະມີອັດຕາຫຼຸດລົງຢ່າງວ່ອງໄວ ເພື່ອເຮັດໃຫ້ຕະຫຼາດດັ່ງກ່າວເຕີບໂຕ.

ໃນປັດຈຸບັນຜູ້ຜະລິດສະມາດໂຟນແອນດຣອຍ ( Android ) ວາງແຜນເປີດຕົວສະມາດໂຟນຮອງຮັບເຕັກໂນໂລຊີ 5G ຢ່າງເຕັມຮູບແບບໃນປີ 2020 ຫຼັງຈາກທີ່ສະມາດໂຟນບາງຍີ່ຫໍ້ໄດ້ເລີ່ມເປີດຕົວໄປແດ່ແລ້ວໃນປີນີ້ ແລະ ຄາດວ່າຕົ້ນທຶນສະມາດໂຟນ 5G ຈະຫຼຸດລົງ ໂດຍກຽມຈະປະກາດເປີດຕົວໃນໄຕມາດ 1 ຂອງປີ 2020 ໃນງານ CES ແລະ WMC.

( ໂດຍ: ສົມລົດ )

ທີ່ມາ: https://www.marketingoops.com/reports