ເຄັດລັບເບິ່ງບົດຮຽນກຽມສອບເສັງໃຫ້ທັນພາຍໃນໜຶ່ງຄືນ

118
Young Asian student under mental pressure while reading book preparing examination in library at university. Asian student looking stressed."r

ນ້ອງໆນັກຮຽນ – ນັກສຶກສາຫຼາຍຄົນອາດຈະປະສົບບັນຫານີ້ຫຼາຍ ຍ້ອນວ່າຕອນເລີ່ມເຂົ້າຮຽນໃໝ່ຫຼາຍຄົນບໍ່ຄ່ອຍສົນໃຈກັບບົດຮຽນປານໃດ ພໍໃກ້ຈະຮອດມື້ສອບເສັງຈຶ່ງມາຄົ້ນຄວ້າບົດຮຽນບາດດຽວ, ແຕ່ພໍໃກ້ເວລາແທ້ໆເຮົາອາດຈະມີວຽກຫຼາຍໆຢ່າງທີ່ຕ້ອງເຮັດ ຈົນລືມໄປວ່າເຮົາຕ້ອງໄດ້ເບິ່ງບົດຮຽນເພື່ອກຽມໄປສອບເສັງ ແລະ ສຸດທ້າຍຈຳເປັນຕ້ອງໄດ້ອ່ານບົດຮຽນກ່ອນສອບເສັງພຽງແຕ່ຄືນດຽວ ເຊິ່ງບອກເລີຍວ່າເປັນໄລຍະທີ່ໂຫດຮ້າຍພໍສົມຄວນກັບການອ່ານເນື້ອໃນບົດຮຽນທັງໝົດທີ່ຮຽນມາເພື່ອໄປສອບເສັງ.

ຖ້າປ່ອຍໃຫ້ເຫດການແບບນີ້ເກີດຂຶ້ນແລ້ວເຮົາລອງມາເບິ່ງ 5 ເຄັດລັບທີ່ຊ່ວຍໃຫ້ເຮົາອ່ານໜັງສືທັນພາຍໃນໜຶ່ງຄືນນຳກັນ ດັ່ງນີ້:

1 ອ່ານບົດສະຫຼຸບເນື້ອໃນສຳຄັນເທົ່ານັ້ນ: ແນ່ນອນວ່າການສອບເສັງແຕ່ລະຄັ້ງອາຈານມັກຈະບອກຈຸດທີ່ອາດຈະອອກສອບເສັງເອົາໄວ້ ເຊິ່ງຢາກໃຫ້ເນັ້ນອ່ານສະເພາະຈຸດຫຼັກໆ, ພະຍາຍາມຈື່ ແລະ ເຂົ້າໃຈກັບເນື້ອໃນສ່ວນນັ້ນໃຫ້ຫຼາຍທີ່ສຸດ ແລະ ຫາກມີເວລາເຫຼືອກໍໃຫ້ອ່ານຈຸດອື່ນໆທີ່ໜ້າຈະອອກສອບເສັງນຳອີກ.

2 ຫາແນວກິນຫຼິ້ນເພື່ອໃຫ້ຕື່ນຕົວ: ກໍລະນີນີ້ເອົາດີໆເພາະສ່ຽງຕໍ່ການນອນຫຼັບຄາປຶ້ມ ຖ້າເກີດເຮົາຢາກພັກຜ່ອນສາຍຕາ, ຖ້າເຮົາຢ້ານນອນຫຼັບໃຫ້ຫາເຂົ້າໜົມຫວານໆ ຫຼື ສົ້ມມາກິນຫຼິ້ນໄປນຳ ເພື່ອຊ່ວຍໃຫ້ເຮົາຕື່ນຕົວຢູ່ຕະຫຼອດເວລາ, ຖ້າເຮົາໄດ້ອ່ານຫຼາຍໆແລ້ວພໍເຖິງໄລຍະນອນພັກຈະໄດ້ຫຼັບຍາວແບບບໍ່ກັງວົນອີກ.

3 ຈັດຕາຕະລາງອ່ານສະເພາະກິດ: ຖ້າຫາກວ່າມື້ຖັດໄປຕ້ອງສອບເສັງຫຼາຍວິຊາ ການອ່ານສະຫຼັບໄປສະຫຼັບມາອາດຈະບໍ່ແມ່ນເລື່ອງດີ. ດັ່ງນັ້ນ, ໃຫ້ຈັດຕາຕະລາງອ່ານແບບແຍກວິຊາເລີຍ ໂດຍອາດຈະແບ່ງເປັນ 2 ຊົ່ວໂມງຕໍ່ 1 ວິຊາ, ພະຍາຍາມເກັບເນື້ອໃນສຳຄັນໃຫ້ໄດ້ຫຼາຍທີ່ສຸດອາດຈະຊ່ວຍອ່ານບົດຮຽນໄດ້ຄົບທຸກວິຊາຕາມເປົ້າທີ່ເຮົາຕັ້ງໄວ້.

4 ຈົດສະຫຼຸບໃສ່ປຶ້ມໄວ້ເຕືອນຄວາມຈຳ: ຂະນະທີ່ອ່ານອາດຈະລອງຈົດສ່ວນສຳຄັນທີ່ສຸດໃສ່ປຶ້ມໄວ້ ກໍອາດຈະຊ່ວຍເຮັດໃຫ້ເຮົາຈົດຈຳຈຸດນັ້ນໄດ້ດີຍິ່ງຂຶ້ນ ທີ່ສຳຄັນຍັງສາມາດຈັບປຶ້ມທີ່ເຮົາຈົດໄວ້ມາອ່ານຕອນຢູ່ໃນລົດ ຫຼື ຕອນກ່ອນຈະເຂົ້າຫ້ອງສອບເສັງ ຖືເປັນການອ່ານທວນຄືນອີກຮອບໜຶ່ງ.

5 ຖ້າເມື່ອຍແລ້ວຕ້ອງນອນທັນທີ: ການເບິ່ງບົດຮຽນແບບລຸຍອ່ານໝົດຄືນບໍ່ຍອມຫຼັບຍອມນອນຖືວ່າບໍ່ແມ່ນເລື່ອງດີແນ່ນອນ ເພາະຜົນທີ່ຕາມມານອກຈາກຈະເຮັດໃຫ້ເຈັບຫົວຕອນເຊົ້າແລ້ວອາດຈະເຮັດໃຫ້ເວລາສອບເສັງຄວາມຄິດເຮົາຈະຊ້າເພາະສະໝອງອິດເມື່ອຍ. ສະນັ້ນ, ຖ້າຫາກຮູ້ວ່າຕົວເອງບໍ່ໄຫວແທ້ໆແລ້ວຄວນນອນພັກຜ່ອນເພື່ອເອົາແຮງກຽມໄປສອບເສັງ ແລະ ຕັ້ງໃຈເຮັດຂໍ້ສອບມື້ອື່ນເຊົ້າໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ດີກວ່າ.

ການເບິ່ງບົດຮຽນກຽມສອບເສັງຄວາມຈິງແລ້ວຢາກໃຫ້ເປັນການອ່ານທວນຄືນສ່ວນສຳຄັນເທົ່ານັ້ນ ຫຼາຍກວ່າການມາລຸຍອ່ານປຶ້ມໝົດຫົວໃນຄືນດຽວເພື່ອໄປສອບເສັງໃນມື້ຖັດໄປ ນັ້ນໝາຍຄວາມວ່າເວລາເຮົາກັບເຮືອນຄວນຫາເວລາອ່ານເພື່ອທົບທວນສິ່ງທີ່ຮຽນໄປໃນທຸກໆມື້ ຫຼື ອາດຈະເປັນທຸກໆເວລາທີ່ວ່າງ, ການອ່ານສະສົມໄປມື້ລະໜ້ອຍນອກຈາກຈະເຮັດໃຫ້ເຮົາຈົດຈຳ ແລະ ຜ່ານເນື້ອໃນຫຼາຍຂຶ້ນແລ້ວຍັງຊ່ວຍໃຫ້ເຮົາບໍ່ຕ້ອງມາເບິ່ງບົດຮຽນເພື່ອສອບເສັງພຽງແຕ່ຄືນດຽວ.

( ຮຽບຮຽງຈາກ: sanook )