ສະມາຄົມການເງິນຈຸລະພາກ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວ ປະຈໍາປີ 2019

184

ສະມາຄົມການເງິນຈຸລະພາກ ( ສມກຈ ) ໄດ້ຈັດກອງປະຊຸມລາຍງານການເຄື່ອນໄຫວປະຈໍາປີ 2019 ແລະ ແຜນກິດຈະກໍາ ປະຈໍາປີ 2020 ລວມທັງປຶກສາຫາລືກ່ຽວກັບໂອກາດ ແລະ ສິ່ງທ້າທາຍຂອງຂະແໜງການເງິນຈຸລະພາໃນ ສປປ ລາວ ພາຍໃຕ້ການສະໜັບສະໜູນ ໂດຍທະນາຄານ ແຫ່ງ ສປປ ລາວ ແລະ ອົງການອາດາ; ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ, ທ່ານ ສົມພອນ ສີແສງລັດ ປະທານສະມາຄົມການເງິນຈຸລະພາກ ພ້ອມດ້ວຍບັນດາສະຖາບັນການເງິນທີ່ເປັນສະມາຊິກຂອງສະມາຄົມທົ່ວປະເທດເຂົ້າຮ່ວມ.

ໂອກາດນີ້, ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ ກ່າວບາງຕອນສໍາຄັນວ່າ: ມາຮອດປັດຈຸບັນເຫັນວ່າສະມາຄົມຂອງພວກເຮົາຖືວ່າເຕີບໃຫຍ່ຂະຫຍາຍຕົວຢ່າງຕັ້ງໜ້າ ພາຍຫຼັງທີ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ໃນຊຸມປີຜ່ານມາ ເຊິ່ງການປະຊຸມຄັ້ງນີ້ກໍຈະເປັນການປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດຂອງສະມາຄົມ ເພື່ອເຮັດແນວໃດໃຫ້ມີຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນຍຸກໃໝ່ກໍຄືໃນອະນາຄົດ. ນອກນັ້ນ, ກໍຈະໄດ້ຟັງການລາຍງານສະຫຼຸບໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ໃນປີ 2020 ວ່າພວກເຮົາຈະມີກິດຈະກໍາ, ມີການເຄື່ອນໄຫວແນວໃດ? ຈະໄດ້ລົງເລິກເຖິງໂອກາດ ແລະ ສິ່ງທ້າທາຍຂອງຂະແໜງການເງິນໃນປັດຈຸບັນ ແລະ ອະນາຄົດ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສະມາຊິກສະມາຄົມ.

ຂະນະທີ່, ທ່ານ ສົມພອນ ສີແສງລັດ ປະທານສະມາຄົມການເງິນຈຸລະພາກ ກໍໄດ້ມີຄຳເຫັນຕື່ມວ່າ: ໃນປັດຈຸບັນເຕັກໂນໂລຊີໄດ້ເຂົ້າມາມີບົດບາດຢ່າງຫຼວງຫຼາຍ ໂດຍສະເພາະຂະແໜງການເງິນຈຸລະພາກ ເຮັດໃຫ້ພວກເຮົາມີຄວາມຈໍາເປັນຕ້ອງມີການປັບຕົວໃຫ້ທັນກັບສະພາບການ ເປັນຕົ້ນແມ່ນ: ການໃຫ້ສິນເຊື່ອຕ່າງໆຜ່ານລະບົບແອັບພລິເຄຊັນ, ການໝູນໃຊ້ໄອທີເຂົ້າມາຊ່ວຍໃນການວິເຄາະ – ວິໄຈການອອກຜະລິດຕະພັນ ລວມທັງໂມບາຍແບັງຄິງອື່ນໆ ໂດຍບໍ່ຈໍາເປັນຕ້ອງໄປເຄົາເຕີຄືແຕ່ກ່ອນ ເພາະທຸກຢ່າງມັນໄດ້ລວມເອົາໄວ້ຢູ່ໃນໂທລະສັບມືຖື ອັນນີ້ຖືວ່າເປັນສິ່ງທ້າທາຍສໍາລັບສະຖາບັນການເງິນຈຸລະພາກໃນປັດຈຸບັນ ແລະ ອະນາຄົດ.

ກອງປະຊຸມດັ່ງກ່າວ ດໍາເນີນໄປເປັນເວລາ 2 ວັນ ( 24 – 25 ທັນວາ 2019 ) ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ, ສ່ວນວັນທີ 25 ທັນວາ ຈະເປັນກອງປະຊຸມປຶກສາຫາລືການເຂົ້າເຖິງການບໍລິການທາງດ້ານການເງິນ ປະຈຳປີ 2019 “ ຂົງເຂດການນຳໃຊ້ລະບົບດິຈິຕອລ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ໃນການບໍລິການທາງດ້ານການເງິນຂອງຂະແໜງການເງິນຈຸລະພາກ ໃນ ສປປ ລາວ ”.