ບໍລິສັດ ຈົງກົງ ເຂົ້າລົງທຶນຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ເມືອງຄອບ

265

ວັນທີ 20 ທັນວາຜ່ານມາ ໄດ້ມີພິທີເຊັນສັນຍາສໍາປະທານດິນລັດ ເພື່ອຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຟລູອໍຣາຍ ເຂດບ້ານດອນຕັນ ເມືອງຄອບ ແຂວງໄຊຍະບູລີ ລະຫວ່າງ ທ່ານ ນາງ ຄໍາມີ ຈັນທິບ ຫົວໜ້າພະແນກແຜນການ ແລະ ການລົງທຶນ ຕາງໜ້າອົງການປົກຄອງແຂວງໄຊຍະບູລີ ກັບ ທ່ານ ມາ ເລີຍ ພິງ ຮອງອໍານວຍການ ບໍລິສັດ ຈົງກົງ ເຮີສຽງລາວ ການລົງທຶນ ຈໍາກັດ.

ເນື້ອທີ່ສຳປະທານເພື່ອສ້າງຕັ້ງໂຮງງານປຸງແຕ່ງຟລູອໍຣາຍ ຕັ້ງຢູ່ບ້ານດອນຕັນ ເມືອງຄອບ ແຂວງໄຊຍະບູລີ ມີເນື້ອທີ່ທັງໝົດ 5 ເຮັກຕາ. ໃນນີ້, ເນື້ອທີ່ຂຸດຄົ້ນ 4 ເຮັກຕາ ແລະ ສ້າງຕັ້ງໂຮງງານ 1 ເຮັກຕາ, ກໍານົດເວລາໃນການລົງທຶນ ແລະ ສັນຍາ 12 ປີ ນັບແຕ່ວັນທີ 20 ທັນວາ 2019 ຫາ 20 ທັນວາ 2032, ໄລຍະກໍ່ສ້າງໂຮງງານ ແລະ ສ້າງສິ່ງອໍານວຍຄວາມສະດວກຈະໃຊ້ເວລາ 1 ປີ, ໄລຍະຂຸດຄົ້ນຈະໃຊ້ເວລາ 10 ປີ ແລະ ໄລຍະຟື້ນຟູຈະໃຊ້ເວລາ 1 ປີ ປິດບໍ່ໃນປີ 2032 ມູນຄ່າການລົງທຶນທັງໝົດ 10 ລ້ານກວ່າໂດລາສະຫະລັດ. ໃນນີ້, ມີທຶນຈົດທະບຽນ 3 ລ້ານ 5 ແສນໂດລາສະຫະລັດ.