3 ປະເທດເພື່ອນບ້ານ ຕ້ອງການຊື້ພະລັງງານໄຟຟ້າຈາກລາວຈຳນວນຫຼາຍ

294

ຫວຽດນາມ, ໄທ ແລະ ກຳປູເຈຍ ມີຄວາມຕ້ອງການຊື້ພະລັງງານໄຟຟ້າຈາກ ສປປ ລາວ ຫຼາຍເຖິງ 20.000 ເມກາວັດ ( MW ) ປັດຈຸບັນສົ່ງອອກແລ້ວ 6.387 ເມກາວັດ.

ໃນນີ້, ໄດ້ມີບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືພັດທະນາພະລັງງານໄຟຟ້າ ກັບປະເທດຫວຽດນາມ 5.000 ເມກາວັດ, ໄທ 9.000 ເມກາວັດ, ກໍາປູເຈຍ 6.000 ເມກາວັດ ເຊິ່ງກະຊວງພະລັງງານ ແລະ ບໍ່ແຮ່ ຈະດຳເນີນການເຈລະຈາກັບຄູ່ຮ່ວມພັດທະນາເພື່ອກ້າວໄປເຖິງການເຊັນສັນຍາຊື້ – ຂາຍໄຟຟ້າ ( PPA ) ຢ່າງເປັນຮູບປະທໍາ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດເຜີຍຕໍ່ສື່ມວນຊົນກ່ຽວກັບການຂະຫຍາຍຕະຫຼາດໄຟຟ້າໄປຕ່າງໃນປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມເປີດກວ້າງ ຄັ້ງທີ 2 ປີ 2019 ວ່າ: ປັດຈຸບັນການຈຳໜ່າຍໄປຍັງປະເທດໄທ ແມ່ນມີທັງໝົດ 8 ໂຄງການ, ກຳລັງຕິດຕັ້ງ 5.620 MW ເຊັ່ນ: ໂຄງການຫ້ວຍເຫາະ, ນໍ້າເທີນ 2, ນໍ້າງື່ມ 2, ເທີນຫີນບູນ, ໄຊຍະບູລີ, ເຊປຽນ – ເຊນໍ້ານ້ອຍ, ນໍ້າງຽບ 1, ນໍ້າເທີນ 1 ໃນຕໍ່ໜ້າກໍຈະມີໂຄງການນໍ້າງື່ມ 3 ເຂົ້າມາຕື່ມອີກ.

ພ້ອມນັ້ນ, ກໍຈະສືບຕໍ່ເຈລະຈາຊື້ – ຂາຍໄຟຟ້າແບບລັດຕໍ່ລັດ ( G to G ) ເຊິ່ງຮອດປີ 2020 – 2030 ໃຫ້ໄດ້ຄົບ 9.000 MW ຫຼື ເກີນສັນຍາທີ່ມີຕາມການເຫັນດີຈາກກະຊວງພະລັງງານຂອງໄທ.

ສຳລັບການຈຳໜ່າຍໄປຍັງປະເທດກຳປູເຈຍ ( EDC ) ປັດຈຸບັນມີ 1 ໂຄງການ ຄືໂຄງການເຂື່ອນໄຟຟ້າດອນສະໂຮງ ຈຳນວນ 195 MW ຈະສົ່ງອອກໃນທ້າຍເດືອນ 12/2019 ນີ້, ຜ່ານມາກໍໄດ້ສົ່ງອອກຜ່ານລະບົບສາຍສົ່ງ 115 kv ຈຳນວນ 40 MW ແລະ ຜ່ານລະບົບສາຍສົ່ງ 22 kv ຈຳນວນ 10 MW.

ໃນວັນທີ 12/09/2019 ຜ່ານມານີ້ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາພະລັງງານໄຟຟ້າ ຮ່ວມກັບປະເທດກຳປູເຈຍ ຈຳນວນ 6.000 ເມກາວັດ.

ການຈຳໜ່າຍໄປຍັງປະເທດຫວຽດນາມ ປັດຈຸບັນມີ 2 ໂຄງການ ຄື: ໂຄງການເຂື່ອນໄຟຟ້າເຊກະໝານ 1 ແລະ ເຊກະໝານ 3 ເຊິ່ງໄດ້ສົ່ງອອກແລ້ວຈຳນວນ 572 MW.

ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືພັດທະນາພະລັງງານໄຟຟ້າ ຮ່ວມກັບ ສສ ຫວຽດນາມ ຈຳນວນ 5.000 MW.

ນອກນັ້ນ, ສປປ ລາວ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານພະລັງງານໄຟຟ້າ ແລະ ການສຶກສາຄວາມເປັນໄປໄດ້ໃນການເຊື່ອມໂຍງລະບົບສາຍສົ່ງໄຟຟ້າຮ່ວມກັບມຽນມາ. ໃນນີ້, ໄດ້ມີສັນຍາຊື້ – ຂາຍໄຟຟ້າ ແລະ ປັດຈຸບັນໄດ້ສົ່ງອອກແລ້ວຜ່ານສາຍສົ່ງ 22 kV ຈຳນວນ 10 MW ຮອດປີ 2025 ຈະສົ່ງໃຫ້ໄດ້ 300 MW.

ທ່ານລັດຖະມົນຕີ ກ່າວຕື່ມວ່າ: ໃນກຸ່ມປະເທດອາຊຽນ ໄດ້ມີການວາງແຜນເຊື່ອມໂຍງລະບົບສາຍສົ່ງຮ່ວມກັນໃນການຊື້ – ຂາຍ ແລະ ແລກປ່ຽນພະລັງງານໄຟຟ້າຮ່ວມກັນ ເຊິ່ງ ສປປ ລາວ ເຮົາແມ່ນປະເທດທຳອິດທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ ຫຼື ການເຊື່ອມໂຍງກັບພາກພື້ນ. ໃນນີ້, ໄດ້ມີສັນຍາຊື້ – ຂາຍໄຟຟ້າກັບປະເທດມາເລເຊຍ ໂດຍຜ່ານປະເທດໄທ ( ລາວ – ໄທ – ມາເລເຊຍ ) ເຊິ່ງປັດຈຸບັນສົ່ງອອກແລ້ວ 100 MW, ຮອດປີ 2020 ຈະສົ່ງໃຫ້ໄດ້ 300 MW. ພ້ອມດຽວກັນນີ້, ສືບຕໍ່ເຈລະຈາຊື້ – ຂາຍກັບປະເທດສິງກະໂປ.