ເປີດຫຼັກສູດຝຶກສີມືແຮງງານ CBT 2 ສາຂາວິຊາອາຊີບ

215

ສະຖາບັນພັດທະນາສີມືແຮງງານ ລາວ – ເກົາຫຼີ ຮ່ວມກັບອົງການກອຍກາປະຈຳລາວ ຈັດພິທີເປີດຫຼັກສູດຝຶກອົບຮົມສີມືແຮງງານ CBT ສາຂາຊ່າງຕັດຫຍິບເຄື່ອງນຸ່ງ ແລະ ຊ່າງສ້ອມແປງລົດຍົນ ຊຸດທີ 1 ຂຶ້ນເມື່ອວັນທີ 24 ທັນວາ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ລາວ – ເກົາຫຼີ, ທ່ານ ນາງ ຢໍ ວອນ ຢອງ ຮອງປະທານອົງການກອຍກາປະຈຳລາວ, ມີຜູ້ບໍລິຫານໂຄງການປັບປຸງສະຖາບັນພັດທະນາສີມືແຮງງານ ລາວ – ເກົາຫຼີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ພະນັກງານຄູ – ອາຈານຕະຫຼອດຮອດນັກສຶກສາເຂົ້າຮ່ວມ.

ທ່ານ ບຸນມາ ສິດທິໂສມ ກ່າວວ່າ: ການເປີດຫຼັກສູດ CBT ເນັ້ນໃຫ້ຜູ້ເຂົ້າຝຶກມີຄວາມຮູ້ – ຄວາມສາມາດ, ມີຄວາມຊຳນານ, ມີທັດສະນະຄະຕິທີ່ດີ, ມີຄວາມປອດໄພໃນການເຮັດວຽກ ເຊິ່ງເປັນກິດຈະກຳ 1 ໃນ 4 ກິດຈະກຳ ໃຫຍ່ຂອງໂຄງການ.

ຫຼັກສູດ CBT ໄດ້ຮັບການສ້າງຂຶ້ນໃນ 4 ສາຂາ ອາຊີບ ເຊັ່ນ: ຊ່າງຕັດຫຍິບເຄື່ອງນຸ່ງຫົ່ມ, ຊ່າງບຳລຸງ ແລະ ສ້ອມແປງລົດຍົນ, ຊ່າງໄຟຟ້າ ແລະ ຊ່າງ ICT ໂດຍດຳເນີນການສ້າງຫຼັກສູດໄປຕາມຂັ້ນຕອນ ແລະ ຂະບວນການເປັນຢ່າງດີ, ມີຜູ້ຊ່ຽວຊານຈາກ ສ.ເກົາຫຼີ ເປັນຜູ້ນຳພາສ້າງ ແລະ ການມີສ່ວນຮ່ວມຂອງຄູ – ອາຈານ, ຄະນະນຳທັງພາກລັດ ແລະ ເອກະຊົນ ໄດ້ມີການວິເຄາະວິໄຈໜ້າວຽກຕ່າງໆ, ມີຊົ່ວໂມງຝຶກທັງໝົດ 1.740 ຊົ່ວໂມງ, ໄລຍະການຝຶກໃຊ້ເວລາ 1 ປີເຕັມ, ປະກອບມີທັງໝົດ 244 ໂມດູນ. ໃນນັ້ນ, ສາຂາຊ່າງຕັດຫຍິບ 42 ໂມດູນ, ຊ່າງລົດຍົນ 42 ໂມດູນ, ຊ່າງໄຟຟ້າ 85 ໂມດູນ ແລະ ຊ່າງພັດທະນາເວັບໄຊ 75 ໂມດູນ. ພາຍຫຼັງສຳເລັດການຝຶກຜູ້ເຂົ້າຝຶກຈະໄດ້ຮັບວຸດທິສີມືແຮງງານລະດັບ 3 ຫຼື ເທົ່າກັບວຸດທິວິຊາຊີບຊັ້ນຕົ້ນ 3.

ສຳລັບສົກຮຽນປີ 2019 – 2020 ຈະໄດ້ດຳເນີນການຝຶກຫຼັກສູດ CBT ໃນ 2 ສາຂາອາຊີບ ຄື: ສາຂາຊ່າງຕັດຫຍິບເຄື່ອງນຸ່ງຫົ່ມ ແລະ ຊ່າງສ້ອມແປງລົດຍົນ ເຊິ່ງມີນັກຮຽນເຂົ້າຮ່ວມຝຶກອົບຮົມຫຼັກສູດ CBT ໃນຄັ້ງນີ້ຈຳນວນທັງໝົດ 60 ຄົນ, ແບ່ງເປັນສອງຫ້ອງໆລະ 30 ຄົນ.

ໂອກາດນີ້ ທ່ານ ນາງ ຢໍ ວອນ ຢອງ ມີຄຳເຫັນວ່າ: ການສ້າງຫຼັກສູດ 2 ສາຂາອາຊີບນີ້ ເພື່ອເຮັດໃຫ້ນັກຮຽນທີ່ຈົບອອກໄປມີ ຄວາມຮູ້ – ຄວາມສາມາດຕາມ ຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ເປັນການເຊື່ອມໂຍງກັບ ສ.ເກົາຫຼີ ໃນການສ້າງບຸກຄະລາກອນໃຫ້ມີປະສິດທິພາບຫຼາຍຂຶ້ນ ເຊັ່ນ: ການຍົກລະດັບສີມືແຮງງານໃນການສອນພາກທິດສະດີໃນຫ້ອງມາລົງພາກປະຕິບັດຕົວຈິງ ເພື່ອໃຫ້ນັກຮຽນຊຳນານ ແລະ ມີຄວາມຮູ້ລົງເລິກຫຼາຍຂຶ້ນກວ່າເກົ່າ.

ໃນພິທີດັ່ງກ່າວຍັງໄດ້ມອບປຶ້ມຄູ່ມືການຝຶກໃນລະບົບຫຼັກສູດ CBT ຂະແໜງຊ່າງສ້ອມແປງລົດຍົນ ແລະ ຊ່າງຕັດຫຍິບເຄື່ອງນຸ່ງ ຈຳນວນ 400 ຫົວ ໃຫ້ສະຖາບັນພັດທະນາສີມືແຮງງານ ລາວ – ເກົາຫຼີ ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດໃນໂຄງການການສ້າງຫຼັກສູດ ແລະ ປຶ້ມຄູ່ມືການຝຶກ ເປັນກຽດມອບໂດຍ ທ່ານ ນາງ ຢໍ ວອນ ຢອງ ແລະ ຕາງຮັບໂດຍ ທ່ານ ປອ. ບຸນມາ ສິດທິໂສມ.

( ຂ່າວ: ແກ້ວ;ຮູບ: ສຸກສະຫວັນ )