ຊົມເຊີຍ ທສວ ໃຫ້ທຶນສະໜັບສະໜູນແກ່ບໍລິສັດສອງມືນາງ 69,41ລ້ານກີບ

296

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ທຶນສະໜັບສະໜູນແກ່ ບໍລິສັດສອງມືນາງ, ສະມາຄົມຫັດຖະກຳລາວ ມູນຄ່າ 69,41 ລ້ານກີບ ເພື່ອເປັນການສົ່ງເສີມ ແລະ ຖ່າຍທອດຄວາມຮູ້ໃນການພັດທະນາອຸດສາຫະກໍາ ການປູກມອນ-ລ້ຽງມ້ອນ ແລະ ການແປຮູບຜະລິດຕະພັນຈາກໃບມອນ ແລະ ມູນມອນ (ຂີ້ມ້ອນ) ໃຫ້ກາຍເປັນສິນຄ້າ. ທັງນີ້ ເງິນດັ່ງກ່າວແມ່ນຈະໄດ້ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 2 ກິດຈະກຳຄື: ຈັດຝຶກອົບຮົມ ແລະ ສາທິດການປູກມອນ-ລ້ຽງມ້ອນ; ຈັດງານວາງສະແດງຜະລິດຕະພັນໄໝມ້ອນ.

ພາຍຫຼັງທີ່ໂຄງການໄດ້ຮັບອະນຸມັດບໍລິສັດ ສອງມືນາງ ຈຳກັດຜູ້ດຽວ ໂດຍຮ່ວມມືກັບຜູ້ຊ່ຽວຊານຈາກມະຫາວິທະຍາໄລຊູໂຈ, ສປ ຈີນ ໄດ້ຈັດຝຶກອົບຮົມເພື່ອໃຫ້ຄວາມຮູ້ ແລະ ເຮັດການສາທິດເຕັກນິກການປູກຕົ້ນມອນແບບຖືກວິທີ ຢູ່ທີ່ສວນສາທິດສຶກສາຄົ້ນຄວ້າການປູກມອນ-ລ້ຽງມ້ອນ ຫຼັກ 18 ໃນລະຫວ່າງວັນທີ 16 ຫາ 27 ທັນວາ 2019 ໂດຍການເປັນປະທານ ຂອງທ່ານ ດຣ ນາງ ແກ້ວສາຍໃຈ ໄຊຍະສອນ ປະທານບໍລິສັດ ສອງມືນາງ ຈຳກັດຜູ້ດຽວ, ມີບັນດານັກສໍາມະນາກອນ, ວິທະຍາກອນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດເດັ່ນຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ຜູ້ຊ່ຽວຊານຂອງຈີນໄດ້ຖ່າຍທອດວິທີການປູກຕົ້ນມອນດ້ວຍແກ່ນ ເຊິ່ງຖືໄດ້ວ່າເປັນບົດຮຽນອັນໃໝ່ສຳລັບຄົນລາວເພາະທີ່ຜ່ານມາຊາວກະສິກອນບ້ານເຮົາເຄີຍແຕ່ປູກແບບວິທີກິ່ງງ່າເປັນຫຼັກ ລວມໄປເຖິງວິທີການເກັບໃບມອນເພື່ອລ້ຽງມ້ອນ ແລະ ການແປຮູບເປັນຜະລິດຕະພັນຊາດື່ມ. ຫຼັງຈາກການຝຶກອົບຮົມສິ້ນສຸດ ຜູ້ເຂົ້າຮ່ວມແຕ່ລະທ່ານແມ່ນໄດ້ຮັບເບ້ຍຕົ້ນມອນ ຈຳນວນ 1 ຕົ້ນ ເພື່ອນໍາໄປທົດລອງປູກຢູ່ທີ່ສວນຂອງຕົນເອງຕື່ມອີກ.

ຄຽງຄູ່ກັບການຝຶກອົບຮົມ ໃນລະຫວ່າງວັນທີ 23 ທັນວາ 2019 ຫາວັນທີ 1 ມັງກອນ 2020 ບໍລິສັດສອງມືນາງ ໄດ້ຈັດງານວາງສະແດງຜະລິດຕະພັນທັງໝົດທີ່ໄດ້ຈາກສວນມອນ ຢູ່ທີ່ເດີນນາຄາຣາດ ຊີຕີ້ (ແຄມຂອງ) ຊຶ່ງພາຍໃນງານມີກິດຈະກຳຫຼາກຫຼາຍເປັນຕົ້ນແມ່ນ ການວາງສະແດງສິນຄ້າ, ການເດີນແບບ, ການໃຫ້ຂໍ້ມູນຂ່າວສານກ່ຽວກັບການປູກມອນ-ລ້ຽງມ້ອນ ແລະ ອື່ນໆ.

ຂໍ້ມູນຈາກ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ