ທສວ ໃຫ້ທຶນ 69 ລ້ານກວ່າກີບ ປະຕິບັດ 2 ກິດຈະກໍາ

168

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ທຶນສະໜັບສະໜູນແກ່ ບໍລິສັດ ສອງມືນາງ, ສະມາຄົມຫັດຖະກຳລາວ ໃນມູນຄ່າ 69,41 ລ້ານກີບ ສຳລັບຈັດຕັ້ງປະຕິບັດ 2 ກິດຈະກຳ ຄື: 1). ຈັດຝຶກອົບຮົມ ແລະ ສາທິດການປູກມອນ – ລ້ຽງມ້ອນ, 2). ຈັດງານວາງສະແດງຜະລິດຕະພັນໄໝມ້ອນ ເພື່ອເປັນການສົ່ງເສີມ ແລະ ຖ່າຍທອດ ຄວາມຮູ້ໃນການພັດທະນາອຸດສາຫະກໍາການປູກມອນ – ລ້ຽງມ້ອນ ແລະ ການແປຮູບຜະລິດຕະພັນຈາກໃບມອນ ແລະ ມູນມ້ອນ ( ຂີ້ມ້ອນ ) ໃຫ້ກາຍເປັນສິນຄ້າ.

ພາຍຫຼັງທີ່ໂຄງການໄດ້ຮັບອະນຸມັດ ບໍລິສັດ ສອງມືນາງ ຈຳກັດຜູ້ດຽວໂດຍຮ່ວມມືກັບຜູ້ຊ່ຽວຊານຈາກມະຫາວິທະຍາໄລຊູໂຈ, ສປ ຈີນ ໄດ້ຈັດຝຶກອົບຮົມຂຶ້ນໃນລະ ຫວ່າງວັນທີ 16 ຫາ 27 ທັນວາ 2019 ເພື່ອໃຫ້ຄວາມຮູ້ ແລະ ເຮັດການສາທິດເຕັກນິກການປູກຕົ້ນມອນແບບຖືກວິທີ ຢູ່ທີ່ສວນສາທິດສຶກສາຄົ້ນຄວ້າການປູກມອນ – ລ້ຽງມ້ອນ ຫຼັກ 18 ໂດຍການເປັນປະທານຂອງ ທ່ານ ດຣ. ນາງ ແກ້ວສາຍໃຈ ໄຊຍະສອນ ປະທານ ບໍລິສັດ ສອງມືນາງ ຈຳກັດຜູ້ດຽວ.

ຈຸດເດັ່ນຂອງການຝຶກອົບຮົມໃນຄັ້ງນີ້ຜູ້ຊ່ຽວຊານຂອງຈີນ ແມ່ນໄດ້ຖ່າຍຖອດວິທີການປູກຕົ້ນມອນດ້ວຍແກ່ນ ເຊິ່ງຖືໄດ້ວ່າເປັນບົດຮຽນອັນໃໝ່ສຳລັບຄົນລາວ ເພາະທີ່ຜ່ານມາຊາວກະສິກອນບ້ານເຮົາເຄີຍແຕ່ປູກແບບວິທີກິ່ງງ່າເປັນຫຼັກ ລວມໄປເຖິງວິທີການເກັບໃບມອນເພື່ອລ້ຽງມ້ອນ ແລະ ການແປຮູບເປັນຜະລິດຕະພັນຊາດື່ມ. ຫຼັງຈາກການຝຶກອົບຮົມສິ້ນສຸດຜູ້ເຂົ້າຮ່ວມແຕ່ລະທ່ານແມ່ນໄດ້ຮັບເບ້ຍຕົ້ນມອນ ຈຳນວນ 1 ຕົ້ນ ເພື່ອນໍາໄປທົດລອງປູກຢູ່ທີ່ສວນຂອງຕົນເອງຕື່ມອີກ.

ໄປຄຽງຄູ່ກັບການຝຶກອົບຮົມໃນລະຫວ່າງວັນທີ 23 ທັນວາ 2019 ຫາວັນທີ 1 ມັງກອນ 2020 ບໍລິສັດ ສອງມືນາງ ໄດ້ຈັດງານວາງສະແດງຜະລິດຕະພັນທັງໝົດທີ່ໄດ້ຈາກສວນມອນ ຢູ່ທີ່ເດີ່ນນາຄາຣາຊຊິຕີ້ ( ແຄມຂອງ ) ເຊິ່ງພາຍໃນງານມີກິດຈະກຳຫຼາກຫຼາຍ ເປັນຕົ້ນແມ່ນ: ການວາງສະແດງສິນຄ້າ, ການເດີນແບບ, ການໃຫ້ຂໍ້ມູນ – ຂ່າວສານກ່ຽວກັບການປູກມອນ – ລ້ຽງມ້ອນ ແລະ ອື່ນໆ.

ໂດຍລວມໂຄງການນີ້ ທສວ ໄດ້ໃຫ້ການສະໜັບສະໜູນເປັນຄັ້ງທໍາອິດ ນອກຈາກເຮັດໜ້າທີ່ເປັນໃຈກາງໃນການດັດສົມທຶນຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງໃນຮູບແບບສິນເຊື່ອ ຜ່ານທະນາຄານທຸລະກິດແລ້ວ ທສວ ຍັງໃຫ້ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານໂຄງການສົ່ງເສີມວິຊາການທີ່ເປີດໂອກາດໃຫ້ໜ່ວຍງານລັດທັງສູນກາງ ແລະ ທ້ອງຖິ່ນ ທີ່ເຮັດໜ້າທີ່ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະມາຄົມທຸລະກິດ ແລະ ຜູ້ປະກອບກິດຈະການຍື່ນສະເໜີຂໍທຶນສະໜັບສະໜູນໂຄງການຕ່າງໆທີ່ສອດຄ່ອງກັບກົດໝາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016 – 2020.