ພະຍາດໃບງໍ ບັນຫາໃຫຍ່ຂອງຊາວກະສິກອນ, ວິທີນີ້ຊ່ວຍໄດ້

132

ພະຍາດໃບງໍຈະເປັນຕົວປ່ວນຊາວກະສິກອນໃຫ້ອຸກໃຈ ຖ້າປູກປະເພດໝາກ ໝາກບໍ່ດົກດີ, ປະເພດໃບ ໃບບໍ່ງາມ ຈະຂາຍກໍ່ລຳບາກເພາະຄົງບໍ່ມີໃຜເລືອກຜັກທີ່ໃບກູດ ບໍ່ງາມແມ່ນຫຼືບໍ່  ມື້ນີ້ເຮົາມາຮຽນຮູ້ວິທີແກ້ໄຂບັນຫາດັ່ງກ່າວ.

ຫາກຊາວສວນຄົນໃດທີ່ກຳລັງປະເຊີນກັບບັນຫາໃບກູດ ງໍ ແລະການທີ່ພືດຜັກມີລຳຕົ້ນບໍ່ແຂງແຮງຕົວຢ່າງຄືຕົ້ນໝາກເຜັດ ທີ່ມັກຈະມີປັນຫາເລື່ອງໃບກູດເຫຼືອງ ເຮັດໃຫ້ຕົ້ນໝາກເຜັດ ເຕ້ຍ ຕົ້ນນ້ອຍ ບໍ່ຈະເລີນອອກດອກງອກງາມ.

ການທີ່ຕົ້ນໝາກເຜັດມີໃບກູດ ງໍ ແມ່ນເກີດມາຈາກສັດຕູພືດປະເພດເພ້ຍ ເພ້ຍຈະເຮັດໃຫ້ຍອດ ດອກແລະໃບກູດ ງໍ ຂອບໃບກໍ່ຈະມ້ວນ ປາຍໃບແຫ້ງເຫຼືອງ ໝາກເຜັດທີ່ກຳລັງຈະອອກດອກກໍຈະເຮັດໃຫ້ດອກຫຼົ່ນ ຫຼືເຮັດໃຫ້ໜ່ວຍໝາກເຜັດບິດບ້ຽວບໍ່ງາມ ບໍລິເວນຍອດກູດເປັນຝອຍ ແລະເປັນສີຕັບໝູແດງ ເຮັດໃຫ້ຕົ້ນໝາກເຜັດ ມີຕົ້ນເຕ້ຍ ບໍ່ໃຫຍ່ຜົນຜະລິດບໍ່ດີສົມທີ່ຄວນເປັນ.

ສິ່ງທີ່ຕ້ອງກຽມ ປູນຂາວ 1 ກິໂລ, ໄຮເຕີ ຕຸກນ້ອຍ 1 ຕຸກ, ແຟັບຖົງນ້ອຍ 1 ຖົງ, ນ້ຳຢາລ້າງຖ້ວຍ ຕຸກນ້ອຍ 1 ຕຸກ, ຂິງແກ່ບົດໝຸ່ນ 1 ກິໂລ, ນ້ຳສະອາດ 5 ລິດ.

ຂັ້ນຕອນໃນການເຮັດ ທຳອິດໃຫ້ເອົາແຟັບ, ນ້ຳຢາລ້າງຈານ, ໄຮເຕີ, ຂິງແກ່ບົດໝຸ່ນ, ປູນຂາວ ນຳເອົາສ່ວນປະສົມທັງໝົດມາຄົນໃຫ້ເຂົ້າກັນ ຈາກນັ້ນກໍໝັກໄວ້ 1 ມື້ ແລ້ວຄ່ອຍເອົາສ່ວນປະສົມທັງໝົດມາຕອງເອົາແຕ່ນ້ຳ ໃຊ້ນ້ຳທີ່ຕອງມາໄດ້ ມາປະສົມກັບນ້ຳສະອາດອີກເທື່ອໜຶ່ງເພື່ອເຈືອຈາງ ພຽງເທົ່ານີ້ກໍໄດ້ນ້ຳໝັກສູດພິເສດໄປໃຊ້ໄດ້ແລ້ວ.

ວິທີການນຳເອົາໄປໃຊ້ ໃຫ້ນຳເອົານ້ຳໝັກ 1 ລິດ ປະສົມຕໍ່ນ້ຳສະອາດ 20 ລິດ ຈາກນັ້ນກໍນຳໄປສີດໃສ່ຕາມຕົ້ນໝາກເຜັດ ໂດຍເນັ້ນທີ່ບໍລິເວນກ້ອງໃບ ແລະຍອດເປັນຫຼັກ ລວມເຖິງຫົດນ້ຳໝັກໃສ່ດິນທີ່ປູກຕົ້ນໝາກເຜັດພ້ອມ ຊ່ວງເວລາທີ່ຄວນຈະສີດນ້ຳໝັກ ດີແທ້ຕ້ອງເປັນຕອນແລງ ຕອນທີ່ແດດຮົ່ມໃກ້ຈະໝົດ ຈະໄດ້ຜົນດີທີ່ສຸດ ລອງນຳໄປໃຊ້ເບິ່ງຈະສາມາດຊ່ວຍແຟນເພຈຂອງເສດຖະກິດ-ການຄ້າໃຫ້ຫຼີກພົ້ນຈາກສັດຕູພືດໄດ້ບໍ່ໜ້ອຍກໍຫຼາຍ