ແດ່ຄົນສາລະວັນ, ຖວທ ແຈ້ງຢຸດການສະແດງກາງແຈ້ງ ຢູ່ຮ້ານບັນເທີງທຸກແຫ່ງ

63

ການກິນດື່ມເປັນໜຶ່ງສາເຫດທີ່ເຮັດໃຫ້ມີປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາອຸບັດຕິເຫດ ແລະການທີ່ໄດ້ຢູ່ຮ້ານກີນດື່ມຈະແກ່ຍາວຂະບວນການດື່ມອອກໄປຕື່ມ ສະນັ້ນເພື່ອຄວາມສະຫງົບ ແລະ ເປັນລະບຽບ, ເຮັດໃຫ້ການຄຸ້ມຄອງ ຕິດຕາມກວດກາ ການເຄື່ອນໄຫວ ບໍລິການຂອງທຸລະກິດຮ້ານກິນດື່ມຢູ່ໃນລະບົບ ທີ່ຜ່ານມາ ຖວທ ຫຼາຍແຂວງໄດ້ປະກາດກຳນົດການໄປແລ້ວ ຫຼ້າສຸດນີ້ຄືແຂວງສາລະວັນ.

ທາງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນ ໄດ້ອອກແຈ້ງການສະບັບເລກທີ 053/ ຖວທ.ສວ ລົງວັນທີ 19 ທັນວາ 2019 ໂດຍໃຫ້ຢຸດຕິ ການບໍລິການ ການສະແດງກາງແຈ້ງ, ຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານປີ້ງແກ້ມ ຄື ບໍ່ໃຫ້ນໍາເອົາສຽງ ແລະ ເຄື່ອງເສບດົນຕີທຸກປະເພດ ອອກມາເສບກາງແຈ້ງ (ນອກຈາກມີຫ້ອງທີ່ໄດ້ຮັບອານຸຍາດຕາມລະບຽບການ).

ຫ້າມນໍາໃຊ້ໂທລະພາບຈໍແອວຊີດີ ຫຼື ແອວອີດີ ແລະ ເຄື່ອງສາຍໂປຣເຈັກເຕີ, ເພື່ອບໍລິການຮ້ອງຄາລາໂອເກະຢູ່ກາງແຈ້ງໃນຮ້ານ (ນອກຈາກມີຫ້ອງທີ່ໄດ້ຮັບອານຸຍາດຕາມລະບຽບການ). ຫ້າມບໍລິການເສບໂຟ໊ກຊ໊ອງ ແລະ ການເສບດົນຕີທຸກປະເພດໃນສະຖານທີ່ບໍລິການຂອງຮ້ານ (ສໍາລັບຮ້ານອາຫານ, ຮ້ານກິນດື່ມ-ຮ້ານປີ້ງແກ້ມ) ຮອດເວລາ 23:30 ຕ້ອງຢຸດຕິການບໍລິການດ້ານ ແສງ ສີ ສຽງ ທຸກປະເພດ.

ໃນແຈ້ງການຍັງລະບຸອີກວ່າ ຫາກພົບເຫັນ ການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການໃດ ບໍ່ປະຕິບັດຕາມແຈ້ງການແມ່ນຈະຖືກຕັກເຕືອນ, ສຶກສາອົບຮົມຈົນເຖິງຖອນໃບອານຸຍາດດໍາເນີນທຸລະກິດ.