4ປະເທດມຸດສະລິມຈັບມືຊື້ສິນຄ້າດ້ວຍຫຼຽນຄໍາ

93

ທາງການມາເລເຊຍເປີດເຜີຍວ່າ:ປະເທດມຸດສະລິມ4ປະເທດກໍາລັງພິຈາລະນາເຮັດການຄ້າດ້ວຍຫຼຽນຄໍາ ບາເຕີເທຣດເພື່ອຮັບມືກັບການກີດກັ້ນການຄ້າ.

ທ່ານ ມະຫາເທ ໂມຮໍາໝັດ ນາຍົກລັດຖະມົນຕີຂອງມາເລເຊຍກ່າວວ່າ:ອີຣານ,ມາເລເຊຍ,ຕວັກກີ ແລະ ກາຕາຈະພິຈາລະນາເຮັດການລະຫວ່າງກັນດ້ວຍການໃຊ້ຫຼຽນດີນາຄໍາ ແລະ ລະບົບແລກປ່ຽນສິນຄ້າເພື່ອປະກັນຄວາມສ່ຽງຈາກການຖືກກີດກັ້ນທາງເສດຖະກິດໃນອະນາຄົດ.

ທັງນີ້,ມາເລເຊຍເປັນເຈົ້າພາບຈັດກອງປະຊຸມສຸດຍອດອິດສະລາມ4ມື້ໃນນະຄອນຫຼວງ ກົວລາລໍາເປີ ປະເທດ ມາເລເຊຍເມື່ອທ້າຍອາທິດທີ່ຜ່ານມາ.

ທ່ານ ມາຫາເທໄດ້ກ່າວຍ້ອງຍໍຊົມເຊີຍອີຣານ ແລະ ກາຕາສໍາລັບການຕໍ່ສູ້ນະໂຍບາຍກີດກັ້ນທາງເສດຖະກິດ,ພ້ອມທັງລະບຸວ່າເປັນສິ່ງສໍາຄັນສໍາລັບໂລກມຸດສະລິມທີ່ຈະຕ້ອງເພິ່ງພາຕົນເອງໃນການປະເຊີນໜ້າກັບໄພຄຸກຄາມຈາກພາຍນອກຈາກການຖືກກີດກັ້ນການຄ້າໃນອະນາຄົດ.