ວິທີປ້ອງກັນບໍ່ໃຫ້ເປັນໄຂ້ຫວັດ

208

ເມື່ອອາກາດເລີ່ມປ່ຽນແປງ ໂລກໄພໄຂ້ເຈັບກໍຈະເຂົ້າມາທັກທາຍແບບບໍ່ລໍຖ້າ ແລະ ໜີກໍໜີບໍ່ພົ້ນ ເປັນຕົ້ນແມ່ນໄຂ້ຫວັດ, ຕັນດັງ, ນ້ຳມູກໄຫຼ, ເຈັບຄໍ ຫຼື ໄອ ເຊິ່ງສົ່ງຜົນໃຫ້ຫຼາຍໆຄົນຕ້ອງເບິ່ງແຍງສຸຂະພາບຕົນເອງຫຼາຍຂຶ້ນ ເພື່ອປ້ອງກັນໄຂ້ຫວັດ ແຕ່ດຽວນີ້ເຊື້ອພະຍາດແມ່ນມີຢູ່ອ້ອມຕົວເຮົາຮ້າຍແຮງກວ່າແຕ່ກ່ອນ, ພຽງແຕ່ການດື່ມນ້ຳໃຫ້ຫຼາຍໆ ຫຼື ພັກຜ່ອນໃຫ້ພຽງພໍອາດຈະບໍ່ຊ່ວຍໃຫ້ການປ້ອງກັນພະຍາດໄຂ້ຫວັດໄດ້ດີພໍ. ດັ່ງນັ້ນ, ເຮົາໄດ້ເອົາວິທີໃນການປ້ອງກັນໄຂ້ຫວັດມາແນະນຳໃຫ້ຮູ້ເພີ່ມຕື່ມອີກໜ້ອຍໜຶ່ງ.

1 ດື່ມນ້ຳຜັກ ຫຼື ໝາກໄມ້ຄັ້ນສົດ.

2 ນວດຢ່າງໜ້ອຍເດືອນລະຄັ້ງ.

3 ລ້າງມືເລື້ອຍໆ.

4 ນອນຫຼັບໃຫ້ພຽງພໍ.

5 ກິນອາຫານທີ່ມີໂປຣຕິນ.

6 ໃສ່ຖົງຕີນ ຫຼື ຖົງມືເປັນປະຈຳ.

7 ເຮັດອາລົມດີຢູ່ສະເໝີ.

8 ກິນອາຫານເຊົ້າເປັນປະຈຳທຸກມື້.

9 ຫຼຸດເຄື່ອງດື່ມແອລກໍຮໍໃຫ້ໜ້ອຍລົງ.

10 ພະຍາຍາມລ້າງດັງທຸກມື້.

11 ເສີມພູມຄຸ້ມກັນໃຫ້ຮ່າງກາຍດ້ວຍວິຕາມິນ C.

12 ຫຼີກລຽງການຢູ່ໃກ້ກັບຄົນເຈັບ.

13 ທໍາຄວາມສະອາດໂຕະເຮັດວຽກ ຫຼື ໜ້າຈໍໂທລະສັບເລື້ອຍໆ.

14 ອອກກຳລັງກາຍເປັນປະຈຳ.

15 ສັກຢາປ້ອງກັນພະຍາດໄຂ້ຫວັດໃຫຍ່.

ຂໍ້ມູນຈາກ: sanook.com, ຮຽບຮຽງ: ນຸ້ມນິ້ມ