ໜຶ້ງໝາກບວບຍັດໄສ້ເຫັດເຂັມ

91

ໝາກບວບຖືເປັນຜັກອີກຊະນິດໜຶ່ງທີ່ຫຼາຍຄົນຕ້ອງຮູ້ຈັກດີ ແຕ່ອາດຈະຍັງບໍ່ຮູ້ວ່າມີຄຸນປະໂຫຍດແນວໃດ ເພາະນອກຈາກຈະເປັນຜັກທີ່ມີກິ່ນຫອມອ່ອນໆ ແລະ ລົດຊາດທີ່ຫວານແບບທຳມະຊາດ ຍັງເປັນສະໝຸນໄພທີ່ມີສັບພະຄຸນໃນການຊ່ວຍປິ່ນປົວພະຍາດໄດ້ນຳ ເຊິ່ງໝາກບວບຈະຖືກຈັດຢູ່ໃນອາຫານປະເພດຢາເຢັນ ຖ້າເອົາມາແກງ ຫຼື ຕົ້ມກິນຈະເຮັດໃຫ້ຊຸ່ມຄໍເປັນອາຫານທີ່ເໝາະສົມກັບຍາມຮ້ອນທີ່ສຸດໃນການກຳຈັດ ຄວາມຮ້ອນ, ແກ້ອາການຮ້ອນໃນ, ແກ້ອາການເຈັບຄໍ, ແກ້ວິນວຽນ ແລະ ທ້ອງອືດ.

ສ່ວນປະສົມ:

1 ໝາກບວບ 5 ໜ່ວຍ ( ຂະໜາດປານກາງ ).

2 ເຫັດເຂັມ 500 ກຣາມ.

ສ່ວນປະສົມຊ໋ອດລາດໜ້າ: ນ້ຳມັນຫອຍ 3 ບ່ວງແກງ, ນ້ຳສະອິວຂາວ 1 ບ່ວງແກງ, ນ້ຳມັນງາ 2 ບ່ວງແກງ, ນ້ຳຊຸບໄກ່ ຫຼື ໝູ 1 ຖ້ວຍນ້ອຍ, ແປ້ງມັນ 1 ບ່ວງແກງ.

ວິທີປຸງແຕ່ງ:

ລ້າງເຫັດເຂັມໃຫ້ສະອາດ ແລະ ນຳໝາກບວບມາປອກເປືອກຕັດເປັນຕ່ອນ ປະມານ 2 – 3 ຂໍ້ມື ແລ້ວຄວັດເອົາແກ່ນອອກໃຫ້ໝົດ. ຈາກນັ້ນ, ເອົາເຫັດເຂັມຍັດໃສ່ທາງໃນໃຫ້ເຕັມ ແລະ ນຳໄປໜຶ້ງຈົນສຸກດີ ຫຼື ປະມານ 15 – 25 ນາທີ. ລະຫວ່າງລໍຖ້າໝາກບວບສຸກກໍເຮັດນ້ຳຊ໋ອດກ່ອນໂດຍເອົານ້ຳມັນງາ, ນ້ຳສະອິວ ແລະ ນ້ຳມັນຫອຍໃສ່ໝໍ້ຄ້າງໄຟປານກາງ ຄົນໃຫ້ເຂົ້າກັນຈົນຟົດແລ້ວຈຶ່ງຕື່ມນ້ຳຊຸບລົງ.

ຫຼັງຈາກນັ້ນ, ຖ້າໃຫ້ຟົດອີກຄັ້ງຈຶ່ງລະລາຍແປ້ງມັນໃນນ້ຳປະມານ 2 ບ່ວງແກງໃຫ້ແຕກດີ ແລະ ເອົາລົງໝໍ້ຄົນເລື້ອຍໆຈົນນ້ຳຊ໋ອດໜຽວເປັນອັນວ່າໃຊ້ໄດ້ ເມື່ອໝາກບວບສຸກຈັດໃສ່ຈານ ແລະ ລາດດ້ວຍຊ໋ອດນ້ຳມັນຫອຍເທົ່ານີ້ກໍຮຽບຮ້ອຍ.

ຂໍ້ມູນຈາກ: bloggang.com, ຮຽບຮຽງ: ນຸ້ມນິ້ມ