ພອນສະນິດໄດ້ຮຽນຮູ້ຫຼາຍຢ່າງຈາກເວທີນາງສາວລາວ

78

ເວທີປະກວດນາງສາວລາວໄດ້ຊ່ວຍໃຫ້ ພອນສະນິດ ລັດຕະນະສັກ ຮອງອັນດັບ 3 ນາງສາວລາວ 2019 ຕົວແທນຈາກແຂວງອຸດົມໄຊ ມີການປັບບຸກຄະລິກທີ່ດີຂຶ້ນໃນຫຼາຍໆດ້ານ.

ນາງ ພອນສະນິດ ລັດຕະນະສັກ ຮອງອັນດັບ 3 ນາງສາວລາວ 2019 ໄດ້ໃຫ້ສໍາພາດວ່າ: ນ້ອງມີ ຄວາມຮູ້ສຶກພາກພູມໃຈທີ່ໄດ້ຮັບຕຳແໜ່ງຮອງອັນດັບ 3 ນາງສາວລາວ 2019 ແລະ ດີໃຈທີ່ເຮັດຄວາມຝັນຂອງຕົນເອງໃຫ້ເປັນຈິງ ເພາະເວທີນີ້ໄດ້ຮຽນຮູ້ສິ່ງໃໝ່ໆບໍ່ວ່າຈະເປັນບຸກຄະລິກກະພາບ, ຄວາມຮູ້ – ຄວາມສາມາດ, ມິດຕະພາບ ແລະ ທີ່ສຳຄັນໄດ້ໝູ່ເພື່ອນທັງ 18 ແຂວງ.

ໜ້າທີ່ ແລະ ບົດບາດໃນການປະຕິບັດຕົນເອງ ຫຼັງໄດ້ຮັບຕຳແໜ່ງຄືນ້ອງຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ເຍົາວະຊົນຊາວໜຸ່ມໃນການເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີຂອງລາວໃຫ້ຊາວຕ່າງຊາດໄດ້ຮັບຮູ້ ລວມທັງການນຳຄວາມຮູ້ ແລະ ປະສົບການທີ່ໄດ້ຮັບມາພັດທະນາຕໍ່ໄປ ໂດຍການບອກຕໍ່ໃຫ້ນ້ອງໆຮຸ່ນໃໝ່. ນອກຈາກນີ້, ຕົນເອງກໍຈະຊອກຮຽນຮູ້ ແລະ ປັບບຸກຄະລິກກະພາບໃຫ້ດີຂຶ້ນ ກວ່າເກົ່າ.

ໃນນາມທີ່ເປັນທູດທາງດ້ານວັດທະນະທຳກໍຈະເປັນແບບຢ່າງທີ່ດີ, ຮັກສາຮີດຄອງປະເພນີ ແລະ ຮັກສາກຽດສັກສີໃຫ້ສົມກັບເປັນແມ່ຍິງລາວ, ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງນ້ອງໄດ້ທີ່ facebook ສ່ວນຕົວ: PN’Phonesanith Lattanasack ແລະ Instagram: pou.pounoy.

ຂ່າວ: ນຸ້ມນິ້ມ; ຮູບ: PN’Phonesanith Lattanasack