ບັນຍາກາດການຊື້ – ຂາຍກະຕ່າຂອງຂວັນຕ້ອນຮັບປີໃໝ່

156

ປີໃໝ່ສາກົນກຳລັງຍັບໃກ້ເຂົ້າມາແລ້ວ ແນ່ນອນວ່າບັນດາສິນຄ້າ ຫຼື ຂອງຂວັນທີ່ຫຼາຍຄົນ, ຫຼາຍອົງການຕ່າງໆນິຍົມຊື້ມອບເປັນຂອງຂວັນ ເພື່ອອວຍພອນປີໃໝ່ກັນກໍຈະເປັນປະເພດກະຕ່າຂອງຂວັນ. ສ່ວນການຊື້ – ຂາຍ ຕະຫຼາດກະຕ່າຂອງຂວັນໃນນະຄອນຫຼວງວຽງຈັນ ໂດຍລວມຍັງງຽບເຫງົາ ຄາດວ່າທ້າຍອາທິດນີ້ບັນຍາກາດອາດຈະດີຂຶ້ນ.

ໃນທ້າຍອາທິດຜ່ານມາ ຜູ້ຂຽນໄດ້ມີໂອກາດລົງເບິ່ງສະພາບການຊື້ – ຂາຍສິນຄ້າປະເພດກະຕ່າຂອງຂວັນເຂດຖະໜົນດົງປ່າລານ ເມືອງສີສັດຕະນາກ ນະຄອນຫຼວງວຽງ ເຊິ່ງເປັນເຂດໜຶ່ງທີ່ມີການຈຳໜ່າຍສິນຄ້າປະເພດກະຕ່າຂອງຂວັນເປັນຈຳນວນຫຼາຍ ຈາກການສັງເກດ ແລະ ສອບຖາມແມ່ຄ້າເຫັນວ່າບັນຍາກາດການຂາຍໂດຍລວມຍັງງຽບ  ເຫງົາ ແລະ ຄາດວ່າບັນຍາກາດການຂາຍຈະເລີ່ມໄດ້ຂາຍດີໃນທ້າຍອາທິດນີ້.

ເອື້ອຍແອ ຈຸນທິຈັກ ເຈົ້າຂອງຮ້ານຂາຍໝາກໄມ້ສົດ ແລະ ເຄື່ອງຍ່ອຍ ໃຫ້ສຳພາດວ່າ: ບັນຍາກາດການຂາຍກະຕ່າຂອງຂວັນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນປີ 2020 ນີ້ ຍັງຄົງງຽບເຫງົາ ອາດເນື່ອງມາຈາກສະພາບເສດຖະກິດບໍ່ຄ່ອຍດີປານໃດ ຈຶ່ງເຮັດໃຫ້ການຈັບຈ່າຍຊື້ – ຂາຍບໍ່ຄຶກຄັກ ແລະ ຄາດວ່າໃນທ້າຍອາທິດນີ້ ການຂາຍຈະດີຂຶ້ນ ເພາະວ່າຈະມີບັນດາບໍລິສັດ, ອົງການຈັດຕັ້ງສາກົນຈະມາຊື້ເພື່ອໄປມອບອວຍພອນເຊິ່ງກັນ ແລະ ກັນ.

ພ້ອມດຽວກັນນີ້, ເຈົ້າຂອງຮ້ານເວົ້າວ່າ: ການເຮັດກະຕ່າຂອງຂວັນຈໍາໜ່າຍພາຍໃນຮ້ານຂອງເຮົາ ແມ່ນຈະເນັ້ນນຳເອົາສິນຄ້າທີ່ມີຄຸນນະພາບ ແລະ ມີອາຍຸນຳໃຊ້ໜຶ່ງປີເຄິ່ງຂຶ້ນໄປເຂົ້າມາໃສ່ໃນກະຕ່າ ເພື່ອໃຫ້ລູກຄ້າສາມາດເກັບໄວ້ບໍລິໂພກໄດ້ດົນ ເຊິ່ງການເຮັດຈະເຮັດຕາມແບບຂອງທາງຮ້ານເອງ ເຊັ່ນ: ກະຕ່າແບຣນ, ກະຕ່າເຫຼົ້າ, ວາຍ, ນົມ, ເຄື່ອງບໍລິໂພກທົ່ວໄປ ແລະ ຕາມແບບລູກຄ້າສັ່ງວ່າຕ້ອງການໃສ່ສິນຄ້າແບບໃດ ແລະ ມີລາຄາເລີ່ມຕົ້ນຕັ້ງແຕ່ 100.000 ຫາ 1.500.000 ກີບ ແລ້ວແຕ່ລູກຄ້າສັ່ງ. ນອກຈາກນີ້, ພວກເຮົາກໍຍັງໄດ້ຮັບກະຕ່າຂອງຂວັນທີ່ແພັກສະເພາະສິນຄ້າຂອງລາວ ເຊິ່ງໂດຍສ່ວນໃຫຍ່ແລ້ວການເຮັດແບບນີ້ຈະມີລູກຄ້າສັ່ງເຮັດສະເພາະ ແຕ່ຖ້າເຮັດຂາຍໜ້າຮ້ານ ສ່ວນໃຫຍ່ລູກຄ້າບໍ່ຄ່ອຍຊື້.

ເຈົ້າຂອງຮ້ານຍັງເຜີຍໃຫ້ຮູ້ຕື່ມອີກວ່າ: ບັນຍາກາດການ  ຊື້ – ຂາຍ ກະຕ່າຂອງຂວັນໃນ 3 – 4 ປີຜ່ານ ເຫັນວ່າຍອດການຂາຍຫຼຸດລົງຫຼາຍ ເນື່ອງຈາກບັນດາກະຊວງຕ່າງໆຂອງພາກລັດບໍ່ມີນະໂຍບາຍຊື້ກະຕ່າຂອງຂວັນມອບອວຍພອນກັນ ແລະ ກັນ ຈຶ່ງເຮັດໃຫ້ຍອດການຂາຍຫຼຸດລົງ, ບວກກັບສະພາບເສດຖະກິດບໍ່ດີ ຫຼື ເປັນຍ້ອນຄົນຫັນປ່ຽນໄປຊື້ສິນຄ້າອື່ນ ເພື່ອມອບເປັນຂອງຂວັນໃຫ້ແກ່ກັນ ແລະ ກັນ.

ຂະນະທີ່ຫຼາຍບໍລິສັດກໍໄດ້ມີການແພັກກະຕ່າຂອງຂວັນປີໃໝ່ທີ່ເນັ້ນໃສ່ຜະລິດຕະພັນລາວ ທັງນີ້ກໍເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນຕາມນະໂຍບາຍຂອງພັກ – ລັດ ເຊັ່ນ: ບໍລິສັດ ດາວສະໄໝລາວ, ລາວ ອອບເຟີ ( Lao offer ), ພລາວສະມີ ( Plaosme ) ແລະ ບໍລິສັດອື່ນໆກໍໄດ້ນຳເອົາຜະລິດຕະພັນລາວທີ່ມີຄຸນນະພາບມາຮວບຮວມເຮັດເປັນກະຕ່າຂອງຂວັນ ເຊິ່ງເປັນທາງເລືອກທີ່ດີ ແລະ ໜ້າສົນໃຈສຳລັບການເລືອກຂອງຂວັນສຸດພິເສດໃນປີນີ້.

ໂດຍ: ສັນຕິ