ກະຊວງ ອຄ ເຜີຍແຜ່, ເຊື່ອມຊືມມະຕິ, ຂໍ້ກຳນົດ ແລະ ຄຳແນະນຳຂອງພັກ-ລັດ 6 ສະບັບ

143

ໃນວັນທີ 24 ທັນວາ 2019 ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມເຜີຍແຜ່, ເຊື່ອມຊືມມະຕິ, ຂໍ້ກຳນົດ ແລະ ຄຳແນະນຳຂອງພັກ-ລັດ 6 ສະບັບ ໂດຍການເປັນປະທານຂອງ ທ່ານ ບຸນມີ ມະນີວົງ ຮອງເລຂາຄະນະບໍລິຫານພັກກະຊວງ, ຮອງລັດຖະມົນຕີກະຊວງ ອຄ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ພະນັກງານ, ລັດວິສາຫະກິດ ອ້ອມຂ້າງກະຊວງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ຈະໄດ້ເຊື່ອມຊື່ມເອກະສານ 6 ສະບັບສໍາຄັນຄື:

1 ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 (ສະໄໝທີ X).

2 ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 072/ກມສພ, ລົງວັນທີ 14 ພືດສະພາ 2019 ວ່າດ້ວຍການລະບອບການຮ່ຳຮຽນທິດສະດີການເມືອງ.

3 ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 073/ກມສພ, ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍການສ້າງແຜນບຳລຸງພະນັກງານນຳພາ-ຄຸ້ມຄອງ.

4 ຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 01/ຄມສພ, ລົງວັນທີ 15 ພຶດສະພາ 2019 ວ່າດ້ວຍການຢັ້ງຢືນທິດສະດີການເມືອງ.

5 ການນະນຳຂອງຄະນະຈັດຕັ້ງສູນກາງພັກ.

6 ຜ່ານຮ່າງສະຫຼຸບການຈັດຕັ້ງປະຕິບັດລະບຽບພັກ ສະໄໝທີ X ແລະ ສັງລວມການປະກອບຄຳເຫັນ ເພື່ອສະເໜີປັບປຸງກົດລະບຽບພັກ ສະໄໝທີ X