ຄະນະຜູ້ແທນລາວ ຖອດຖອນບົດຮຽນການຄຸ້ມຄອງຊັບພະຍາກອນນໍ້າທີ່ ສປ ຈີນ

103

ໃນລະຫວ່າງ ວັນທີ 14-19 ທັນວາ 2019, ທ່ານ ສົມມາດ ພົນເສນາ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມກິດຈະກໍາການຄຸ້ມຄອງຊັບພະຍາກອນນໍ້າ ທີ່ອ່າງແມ່ນໍ້າເຫຼືອງທີ່ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມ ການຮ່ວມມືດ້ານຊັບພະຍາກອນນໍ້າຂອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ເຊິ່ງໃນການລົງຢ້ຽມຢາມໃນຄັ້ງນີ້ ບັນດາຜູ້ແທນຈາກ ສປປ ລາວ ໄດ້ຢ້ຽມຊົມໂຄງການເຂື່ອນສຽວລັງຕີ້ (Xiaolangdi); ຫ້ອງການບໍລິຫານ ແລະ ກິດຈະກຳການໂຕ່ງສ້າງ, ການຜັນນໍ້າ ຈາກພາກໃຕ້-ຫາເໜືອ ຢູ່ເມືອງຊີງຢາງ; ຢ້ຽມຢາມຫໍພິພິທະພັນ ແມ່ນ້ຳເຫຼືອງ ແລະ Huayuankou (ປາກສວນດອກໄມ້); ສູນຄຸ້ມຄອງນໍ້າ ແມ່ນໍ້າເຫຼືອງ ພ້ອມທັງໄດ້ຮຽນຮູ້ຈາກການສັງເກດການ ແລະ ຖອດຖອນບົດຮຽນພາກສະໜາມໃນການຄຸ້ມຄອງຊັບພະຍາກອນນໍ້າ ໃນອ່າງແມ່ນໍ້າເຫຼືອງ ຂອງ ສປ ຈີນ ເພື່ອນໍາມາໜູນໃຊ້ເຂົ້າໃນ ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ວຽກງານຕົວຈິງຂອງແຕ່ລະຂະແໜງການກ່ຽວຂ້ອງ ຂອງ ສປ ລາວ.

ຈາກນັ້ນ, ໃນວັນທີ 17-18 ທັນວາ 2019 ຄະນະຜູ້ແທນລາວ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດແຜນດຳເນີນ 5 ປີ (2018-2022) ການຮ່ວມມື ຊັບພະຍາກອນນໍ້າ ແມ່ນ້ຂອງ-ແມ່ນໍ້າລ້ານຊ້າງ ໃນການແລກດ້ານປ່ຽນວິຊາການ, ການສ້າງຄວາມເຂັ້ມແຂງ, ການຈັດຕັ້ງປະຕິບັດໂຄງການ, ການຄຸ້ມຄອງໄພແຫ້ງແລ້ງ ແລະ ນໍ້າຖ້ວມ, ການແລກປ່ຽນຂໍ້ມູນຂ່າວສານ, ການສຶກສາຮ່ວມ, ການພັດທະນາເສດຖະກິດ-ສັງຄົມ ໂດຍການນໍາໃຊ້ຊັບພະຍາກອນນ້ຳ, ການຄຸ້ມຄອງ ແລະ ການພັດທະນາແບບຍືນຍົງ.

ທີ່ມາ: MONRE ກຊສ