ຮູ້ໄວ້ກ່ອນ ກຽມຕົວແນວໃດແດ່ ຖ້າຈະໄປທ່ອງທ່ຽວຕ່າງປະເທດຄັ້ງທໍາອິດ

146

ເລື່ອງການທ່ອງທ່ຽວບໍ່ວ່າຈະແມ່ນໃຜກໍມັກ ແລະ ຢາກອອກໄປສໍາຜັດສະຖານທີ່ໃໝ່ໆທີ່ເຮົາຍັງບໍ່ເຄີຍໄປ ຫຼື ບ່ອນທີ່ເຄີຍໄປມາແລ້ວຢາກຈະກັບໄປອີກ ໂດຍສະເພາະແມ່ນຕ່າງປະເທດນັບວ່າເປັນການເດີນທາງ ແລະ ທ່ອງທ່ຽວທີ່ທ້າທາຍ ແລະ ຕື່ນເຕັ້ນສຸດໆເລີຍແມ່ນບໍ່ ຍິ່ງເປັນຄັ້ງທໍາອິດແລ້ວເຮົາຕ້ອງໄດ້ມີການກຽມໂຕ ກຽມຂໍມູນຕ່າງໆໃຫ້ພ້ອມກ່ອນເດີ້ ມື້ນີ້ແອັດມິນເລີຍນໍາເອົາປະສົບການ ຫຼື ວ່າການກຽມໂຕກ່ອນຈະໄປທ່ຽວຕ່າງປະເທດຄັ້ງທໍາອິດເຮົາຕ້ອງໄດ້ເຮັດຫຍັງກ່ອນແນ່ເພື່ອບໍ່ໃຫ້ພາດໃນສິ່ງທີ່ສໍາຄັນດັ່ງນີ້:

1 ກ່ອນອື່ນເຮົາຕ້ອງສໍາຫຼວດ ສຶກສາປະເທດທີ່ເຮົາຈະໄປ: ຖ້າມີປະເທດເປົ້າໝາຍແລ້ວ ໃຫ້ລົງຊອກຂໍ້ມູນພື້ນຖານທັນທີ ເລີ່ມແຕ່ທີ່ຕັ້ງ, ອານາເຂດ, ເມືອງທີ່ຈະໄປ, ພາສາຂຽນ ແລະ ພາສາເວົ້າ, ອາກາດໄລຍະທີ່ຈະເດີນທາງ, Style, ອາຫານການກິນ ວັດທະນະທໍາທ້ອງຖີ່ນເບື້ອງຕົ້ນ ຖ້າເຮົາເຂົ້າໃຈວ່າ ເຮົາຈະເດີນທາງໄປບ່ອນນັ້້ນແບບໃດ ເຮົາກໍຈະກຽມຕົວໄດ້ງ່າຍຂຶ້ນນັ້ນເອງ.

2 ເຮັດ Check Lists ມີສິ່ງຂອງຫຼາຍຢ່າງທີ່ຈໍາເປັນຕ້ອງໃຊ້ໃນການດໍາລົງຊີວິດ ໂດຍສະເພາະບາງຄົນທີ່ມີຂໍ້ຈໍາກັດເຊັ່ນ: ແພ້ອາຫານບາງຊະນິດ, ກິນຍາກ, ຂີ້ຮ້ອນ, ຂີ້ໜາວ ຫຼື ເຈັບເປັນງ່າຍ ຄວນມີ Check Lists ເຄື່ອງຂອງທີ່ຈໍາເປັນຕ້ອງໃຊ້ໃຫ້ຄົບ ບໍ່ຄວນໄປຊອກຊື້ເອົາທາງໜ້າ ເພາະອາດຈະບໍ່ມີໃຫ້ຊື້ ຫຼື ລາຄາສູງ ຈົນເຮັດໃຫ້ໝົດຄວາມມ່ວນໄປເລີຍ.

3 ກະເປົາ ແລະ Passport: ບໍ່ວ່າຈະເປັນບ້ານເມືອງທີ່ຈະເລີນແລ້ວ ຫຼື ບໍ່… ກໍມີຂີ້ລັກທັງໝົດ ການພົກພາເງິນສົດຄວນແບ່ງອອກເປັນກ້ອນນ້ອຍໆ ຫຼາຍກ້ອນໃສ່ໄວ້ຕາມບ່ອນຕ່າງໆ ເພື່ອກ້ອນໃດຫາຍໄປຈະໄດ້ມີສໍາຮອງໄວ້ໃຊ້ ເວລາອອກໄປທ່ອງທ່ຽວຄວນໃຊ້ກະເປົານ້ອຍໜ່ວຍດຽວແນບໄວ້ກັບຕົວ ແລະ ຄວນເອົາໄວ້ບ່ອນທີ່ເບິ່ງເຫັນຕະຫຼອດເວລາ ສ່ວນ Passport ຄວນເອົາຕິດຕົວໄວ້ຕະຫຼອດເວລາເມື່ອອອກຈາກຫ້ອງ ເຮັດສໍາເນົາໜ້າທໍາອິດ ແລະ ວີຊ່າ ເກັບແຍກໄວ້ ຫຼື ສົ່ງ Email ໄວ້.

ຄວນມີແຜນທີ່ (ຫຼື ໂທລະສັບທີ່ມີ GPS) ກັບລາຍລະອຽດການຕິດຕໍ່ຂອງສະຖານເຮົາບ້ານເຮົາໃນປະເທດນັ້ນໆໄວ້ນໍາ ເພື່ອຕ້ອງການຄວາມຊ່ວຍເຫຼືອ

4 ຕິດຕາມຂ່າວສານ ໃນໄລຍະມື້ໃກ້ເດີນທາງ ຄວນຕິດຕາມຂ່າວສານຂອງປະເທດທີ່ຈະໄປຢ່າງໃກ້ຊິດເຊັ່ນ: ສະພາບອາກາດ, ການເມືອງ ຫຼື ບັນຫາການເດີນທາງພາຍໃນປະເທດ ທີ່ຈະເຮັດໃຫ້ Trip ຂອງເຮົາມີບັນຫາ ຫຼື ຕົກຢູ່ໃນສະຖານະການອັນຕະລາຍເມື່ອໄປຢູ່ສະຖານທີ່ນັ້ນໆ

ແຕ່ກໍບໍ່ຕ້ອງຫວາດລະແວງຈົນເກີນໄປ ພຽງກວດເບິ່ງໄວ້ເພື່ອຄວາມແນ່ໃຈເທົ່ານັ້ນ ຈະໄດ້ທ່ອງທ່ຽວຢ່າງສະບາຍໃຈ.

5 ການເດີນທາງ ໃນບາງປະເທດມີລະບົບຂົນສົ່ງມວນຊົນທີ່ດີເຊັ່ນ: ຍີ່ປຸ່ນ ຫຼື ຮົງກົງ ຈະຊ່ວຍກໍານົດເວລາໃນການເດີນທາງລະຫວ່າງສະຖານທີ່ທ່ອງທ່ຽວຕ່າງໆໄດ້ຄ້ອນຂ້າງດີ ລະບົບການຊື້ປີ້ທີ່ເຮົາບໍ່ຄຸ້ນເຄີຍ ຫຼື ເສັ້ນທາງຫຼາກຫຼາຍເສັ້ນກໍອາດເຮັດໃຫ້ເຮົາສັບສົນໄດ້ເຊັ່ນກັນ. ຈຶ່ງຄວນວາງແຜນໄວ້ລ່ວງໜ້າຢ່າງລະອຽດເພື່ອຈະໄດ້ບໍ່ຫຼົງເສຍເວລາ, ເສຍອາລົມ

6 ເລືອກສະຖານທີ່ທ່ອງທ່ຽວ ການໄປທ່ອງທ່ຽວຈະມ່ວນຂຶ້ນເມື່ອເຮົາຮູ້ວ່າບ່ອນນັ້ນມີຫຍັງດີ ໃຫ້ເບິ່ງໃນໄລຍະທີ່ຈະໄປເຊັ່ນ: ມີເທສະການປະຈໍາປີ, ງານພິເສດ, ໂປຣໂມຊັ່ນຖືກທີ່ສຸດໃນໄລຍະມື້ພັກ, ມີແຫຼ່ງທ່ອງທ່ຽວ ຫຼື ຮ້ານອາຫານທີ່ໜ້າສົນໃຈຢູ່ໃກ້ໆ, ມີແຫຼ່ງທ່ອງທ່ຽວທີ່ຕິດກັນຢູ່ເປັນໂຊນ. ລອງເສຍເວລາມາຊອກຂໍ້ມູນຈັກໜ້ອຍ ຈຶ່ງບໍ່ຕ້ອງມານັ່ງເສຍໃຈກັບຄວາມພິດພາດຕາມຫຼັງ