ຜູ້ບໍລິຫານ ບໍລິສັດ ປຕທ ເຂົ້າຢ້ຽມຄຳນັບລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

327

ໃນວັນທີ 17 ທັນວາ 2019 ຜ່ານມາ ທ່ານ ນາງ ຈິລາພອນ ຂາວສະຫວັດ ປະທານເຈົ້າໜ້າທີ່ຜູ້ບໍລິຫານ ແລະ ອໍານວຍການໃຫຍ່ ບໍລິສັດ ປຕທ ນໍ້າມັນ ແລະ ການຄ້າຍ່ອຍ ຈໍາກັດ ( ມະຫາຊົນ ) ໄດ້ເຂົ້າຢ້ຽມຄໍານັບ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຕ້ອນຮັບ – ຊົມເຊີຍຕໍ່ ທ່ານ ນາງ ຈິລາພອນ ຂາວສະຫວັດ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເຊິ່ງເປັນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ – ໄທ; ເວົ້າສະເພາະແມ່ນການສົ່ງເສີມການລົງທຶນ ແລະ ຂະຫຍາຍທຸລະກິດຂອງບໍລິສັດໄທຢູ່ລາວ. ນອກນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບສະພາບການດໍາເນີນທຸລະກິດນໍ້າມັນເຊື້ອໄຟຂອງບໍລິສັດ ປຕທ ຢູ່ໃນ ສປປ ລາວ ຕື່ມອີກ.

ຂໍ້ມູນຂອງບໍລິສັດຍັງເປີດເຜີຍ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ບໍລິສັດ ປຕທ ທີ່ດໍາເນີນທຸລະກິດຢູ່ໃນທົ່ວປະເທດລາວ ມີທັງໝົດ 44 ປໍ້າ. ໃນນີ້, ປໍ້ານໍ້າມັນທີ່ເປັນຂອງບໍລິສັດເອງ ຈໍານວນ 17 ປໍ້າ ແລະ ເປັນຂອງນັກທຸລະກິດລາວລົງທຶນ 27 ປໍ້າ ເຊິ່ງຖືເປັນທຸລະກິດປໍ້ານໍ້າມັນຂອງຕ່າງປະເທດທີ່ປະສົບຜົນສໍາເລັດຫຼາຍສົມຄວນໃນລາວ.