ຄວາມເປັນມາຂອງໂຄງການສ້າງສະຖານີລົດເມນະຄອນຫຼວງວຽງຈັນ ທີ່ສູນການຄ້າລາວ – ໄອເຕັກ

192

ເນື່ອງຈາກການເພີ່ມຂຶ້ນຂອງປະຊາກອນ ແລະ ຍານພາຫະນະຂອງປະເທດລາວ ເວົ້າລວມ, ເວົ້າສະເພາະໃນນະຄອນຫຼວງວຽງຈັນ ອັນເປັນສາເຫດເຮັດໃຫ້ຄວາມແອອັດຂອງການສັນຈອນບົນທ້ອງຖະໜົນເພີ່ມຂຶ້ນ.

ໃນໂອກາດທີ່ນະຄອນກຽວໂຕ ( ປະເທດຍີ່ປຸ່ນ ) ໄດ້ສະເໜີໃຫ້ການຊ່ວຍເຫຼືອລ້າລົດເມຈໍານວນ 25 ຄັນ ໃຫ້ແກ່ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ, ໃນຂະນະດຽວກັນ ບໍລິສັດ ລາວເວີນ ມະຫາຊົນ ກໍໄດ້ມີແຜນຢາກໃຫ້ລົດເມແລ່ນຜ່ານສູນການຄ້າ ລາວ – ໄອເຕັກ. ສະນັ້ນ, ຈຶ່ງໄດ້ໃຫ້ການຊ່ວຍເຫຼືອດ້ານງົບປະມານໃນການນຳເຂົ້າລົດເມຈຳນວນດັ່ງກ່າວ ແລະ ຕໍ່ມາກໍໄດ້ໃຫ້ການຊ່ວຍເຫຼືອດ້ານງົບປະມານໃນການປັບປ່ຽນປະຕູລົດເມຈາກດ້ານຊ້າຍມາດ້ານຂວາ ເປັນລະບົບໄຮໂດຣລິກ.

ຕໍ່ມາ ບໍລິສັດ ລາວເວີນ ມະຫາຊົນ ເຫັນດີໃຫ້ຄວາມຊ່ວຍເຫຼືອດ້ານສະຖານທີ່ ເພື່ອເປັນສະຖານີລົດເມຊົ່ວຄາວບາງສາຍທາງ ທີ່ມີຈຸດເລີ່ມຕົ້ນຈາກສູນການຄ້າ ລາວ – ໄອເຕັກ ເຊັ່ນ:  ສາຍທາງໄອເຕັກ – ຕະຫຼາດເຊົ້າ – ສະໜາມບິນວັດໄຕ; ສາຍທາງໄອເຕັກ – ຕະຫຼາດໄຮຄຳ; ສາຍທາງໄອເຕັກ – ດົງໂດກ ແລະ ສາຍທາງເຊື່ອມຕໍ່ໄປຍັງຈຸດອື່ນໆ.

ເມື່ອເຫັນໄດ້ວ່າມີປະສິດທິຜົນ ແລະ ມີຄວາມພ້ອມໃນການໃຫ້ບໍລິການແບບເຕັມໂຕ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ສະເໜີຂໍສ້າງສະຖານີລົດເມນະຄອນຫຼວງວຽງຈັນ ທີ່ສູນການຄ້າ ລາວ – ໄອເຕັກ ເພື່ອຊ່ວຍຫຼຸດຜ່ອນຄວາມແອອັດຂອງການສັນຈອນຍານພາຫະນະບົນທ້ອງຖະໜົນ, ຮອງຮັບສາຍທາງລົດເມທີ່ຈະເພີ່ມຂຶ້ນໃນຕໍ່ໜ້າ ແລະ ດຶງດູດເອົາມວນຊົນເຂົ້າມາສູນການຄ້າ ລາວ – ໄອເຕັກ.

ຫຼັງຈາກການຕົກລົງເຫັນດີຈາກຂັ້ນເທິງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານຮ່ວມກັນຢ່າງໃກ້ຊິດ ເພື່ອໃຫ້ການກະກຽມ ແລະ ຈັດຕັ້ງປະຕິບັດການສ້າງສະຖານີລົດເມນະຄອນຫຼວງວຽງຈັນ ທີ່ສູນການຄ້າ ລາວ – ໄອເຕັກ ໃຫ້ເປັນໄປຕາມແຜນທີ່ກຳນົດໄວ້ ເຊິ່ງໂຄງການດັ່ງກ່າວຄາດວ່າຈະສຳເລັດການກໍ່ສ້າງ ແລະ ສາມາດເປີດນຳໃຊ້ໄດ້ພາຍໃນເວລາ 18 ເດືອນ.

ເພື່ອເຮັດໃຫ້ໂຄງການສ້າງສະຖານີລົດເມນະຄອນຫຼວງວຽງຈັນ ທີ່ສູນການຄ້າ ລາວ – ໄອເຕັກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນທາງການ ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ຈັດຕັ້ງພິທີເຊັນສັນຍາໂຄງການດັ່ງກ່າວຂຶ້ນ ເມື່ອວັນທີ 19 ທັນວາ 2019 ທີ່ສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ສີບຸນທໍາ ສີບຸນມີ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ກັບ ທ່ານ ແກ້ວວັນພອນ ວອນທິວົງສີ ຜູ້ອໍານວຍການລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.