ອົບຮົມອາສາສະໝັກວິທະຍຸຊຸມຊົນເມືອງນາກາຍ

86
????????????????????????????????????

ພິທີຝຶກອົບຮົມອາສາສະໝັກວິທະຍຸຊຸມຊົນເມືອງນາກາຍ ແຂວງຄຳມ່ວນ ຈັດຂຶ້ນວັນທີ 18 – 19 ທັນວາ 2019 ຢູ່ທີ່ສະໂມສອນຂອງຫ້ອງວ່າການເມືອງນາກາຍ ໂດຍການເປັນປະທານຂອງ ທ່ານ ແສງດາລາ ອ່ອນຕາວົງ ຫົວໜ້າຫ້ອງວ່າການເມືອງ; ມີຄູຝຶກມາຈາກສະຫະປະຊາຊາດ, ມາຈາກວິທະຍຸຊຸມຊົນເມືອງທ່າແຕງ ແຂວງເຊກອງ, ສຳມະນາກອນມາຈາກຄຸ້ມບ້ານທົ່ວເມືອງນາກາຍ ແລະ ໂຄສົກປະຈຳສະຖານີວິທະຍຸເມືອງນາກາຍ, ມາຈາກຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 38 ທ່ານ.

ໂອກາດດັ່ງກາວ ທ່ານ ນາງ ນົກນາ ດວງປັນຍາ ອາສາສະໝັກຈາກວິທະຍຸຊຸມຊົນທ່າແຕງ ແຂວງເຊກອງ ທັງເປັນອາສາສະໝັກຂອງອົງການສະຫະປະຊາຊາດ ໄດ້ຂຶ້ນສະເໜີຄວາມຮູ້ກ່ຽວກັບການເປັນອາສາສະໝັກ, ໜ້າທີ່ຫຼັກ ແລະ ວຽກປະຈໍາວັນຂອງອາສາສະໝັກ, ຄວາມຮູ້ທົ່ວໄປກ່ຽວກັບການອອກອາກາດ, ປະສົບການໃນການເປັນອາສາສະໝັກ, ທັກສະ ແລະ ຄວາມສາມາດຂອງທ່ານຕໍ່ການເປັນອາສາສະໝັກ ແລະ ຍັງໄດ້ມີການສົນທະນາຖາມ – ຕອບ.

ພ້ອມກັນນັ້ນ, ທ່ານ ນາງ ເສີດ ມະນີຕາ ອາສາສະໝັກຈາກວິທະຍຸຊຸມຊົນທ່າແຕງ ແຂວງເຊກອງ ຍັງໄດ້ສາທິດການອອກອາກາດຕົວຈິງ ແລະ ສົນທະນາຖາມ – ຕອບ ພ້ອມທັງຈັດແບ່ງອອກເປັນ 4 ກຸ່ມ ເພື່ອສົນທະນາປຶກສາຫາລື ແລະ ຍັງໄດ້ມີການປະເມີນຄວາມຕ້ອງການເລື່ອງລາຍການ ທີ່ຈະເກີດຂຶ້ນຢູ່ວິທະຍຸຊຸມຊົນເມືອງນາກາຍ ພ້ອມທັງປະເມີນຄວາມເຂົ້າໃຈກ່ຽວກັບການຝຶກອົບຮົມ.

ຂ່າວ: ອໍລະດີ