ທະນາຄານຮ່ວມພັດທະນາ ກຽມສະຫຼອງວັນສ້າງຕັ້ງ ຄົບຮອບ 30 ປີ ໃນໄວໆນີ້

283

ທະນາຄານຮ່ວມພັດທະນາ ( JDB ) ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງປະທານສະພາລັດຖະມົນຕີ ເລກທີ 04/ປສລ ໃນວັນທີ 21 ມັງກອນ 1989 ໂດຍແມ່ນທະນາຄານແຫ່ງລັດຖືຫຸ້ນ 30% ແລະ ບໍລິສັດ ພົມສຸວັນໄຊໂລ ແລະ ອົບພືດ ເຊິ່ງເປັນຜູ້ລົງທຶນຊາວໄທ ຖືຫຸ້ນ 70%. ໃນເວລານັ້ນໄດ້ເປີດບໍລິການຄັ້ງທໍາອິດ ເມື່ອວັນທີ 3 ຕຸລາ 1989; ມາຮອດວັນທີ 15 ມິຖຸນາ 2010 ທະນາຄານ ແຫ່ງ ສປປ ລາວ ໄດ້ໂອນຫຸ້ນຂອງຕົນທັງໝົດໃຫ້ແກ່ນັກລົງທຶນຝ່າຍໄທ ໂດຍແມ່ນ ທ່ານ ສາໂລດ ສິງສົມບູນ ນັບແຕ່ນັ້ນມາ ທະນາຄານຮ່ວມພັດທະນາ ກໍໄດ້ກາຍເປັນທະນາຄານທຸລະກິດລົງທຶນ ໂດຍຕ່າງປະເທດ 100% ເຊິ່ງໃນໄລຍະນັ້ນມີໜ່ວຍບໍລິການພຽງ 4 ແຫ່ງ ຄື: ໜ່ວຍບໍລິການວັດໄຕ, ທາດຫຼວງ, ວັງວຽງ ແລະ ຫຼວງພະບາງ.

ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ໃຫ້ສໍາພາດວ່າ: ມາເຖິງວັນທີ 18 ຕຸລາ 2012 ຜູ້ຖືຫຸ້ນໄທ ໄດ້ໂອນຫຸ້ນທັງໝົດໃຫ້ແກ່ນັກລົງທຶນພາຍໃນກໍຄືຂ້າພະເຈົ້າ ເຊິ່ງນັບແຕ່ນັ້ນມາ ທະນາຄານຮ່ວມພັດທະນາ ກໍເປັນທະນາຄານເອກະຊົນລາວ 100% ເຊິ່ງໄດ້ເພີ່ມທຶນຈົດທະບຽນຂຶ້ນຕື່ມ ຈາກ 10 ລ້ານໂດລາ ມາເປັນ 50 ລ້ານໂດລາ ເພີ່ມຂຶ້ນ 4 ເທົ່າຕົວ ເພື່ອສ້າງ ຄວາມເຊື່ອໝັ້ນ ແລະ ປັບປຸງຖານະການເງິນໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ວຽກບໍລິການລູກຄ້າ, ມີການບໍລິຫານ ແລະ ມີນະໂຍບາຍທີ່ດີ ເຮັດໃຫ້ທະນາຄານຮ່ວມພັດທະນາກ້າວໄປສູ່ຄຸນນະພາບໃໝ່. ນອກນັ້ນ, ກໍໄດ້ຂະຫຍາຍຕານ່າງການບໍລິການໄປທົ່ວປະເທດ; ປັດຈຸບັນມີ 60 ໜ່ວຍບໍລິການ ເພີ່ມຂຶ້ນ 15 ເທົ່າຕົວ, ໄດ້ປ່ຽນແປງຮູບແບບການບໍລິຫານຢ່າງມືອາຊີບດ້ວຍການບໍລິການທີ່ປະທັບໃຈຂອງລກູຄ້າທຸກລະດັບ ເຮັດໃຫ້ JDB ກາຍເປັນທະນາຄານທີ່ທັນສະໄໝໄດ້ມາດຕະຖານສາກົນ.

ທ່ານກ່າວຕື່ມວ່າ: ທະນາຄານຂອງພວກເຮົາໄດ້ຮັບການຢັ້ງຢືນ ISO 9001:2015 ໃນດ້ານການບໍລິການ ເພື່ອບໍລິຫານ ແລະ ຈັດການຄຸນນະພາບ ແລະ ປີ 2019 ທະນາຄານຮ່ວມພັດທະນາ ກໍໄດ້ຮັບຂັນລາງວັນໂລ້ຄໍາຈາກສາກົນ ເຊິ່ງເປັນການຢັ້ງຢືນເຖິງຄຸນນະພາບໃນການບໍລິການລູກຄ້າທີ່ດີ ແລະ ທະນາຄານຮ່ວມພັດທະນາ ກໍໄດ້ຖືກຄັດເລືອກຈາກ The Association OTHERWAYS – Paris ປະເທດຝຣັ່ງ ໃຫ້ໄດ້ຮັບຂັນລາງວັນໂລ້ຄໍາ THE GOLDEN EUROPE AWARD FOR QUALITY and COMMERCIAL PRESTIGE ໂດຍພິທີມອບ – ຮັບຂັນລາງວັນໂລ້ຄໍາດັ່ງກ່າວ ແມ່ນໄດ້ຈັດຂຶ້ນທີ່ນະຄອນຫຼວງເບີລີນ ປະເທດເຢຍລະມັນ ໃນວັນທີ 15 ກໍລະກົດ 2019.

ປະທານສະພາບໍລິຫານ ຍັງອະທິບາຍຕື່ມວ່າ: ທະນາຮ່ວມພັດທະນາ ມີຄວາມມຸ່ງໝັ້ນທີ່ຈະກາຍເປັນຜູ້ນໍາທາງດ້ານການບໍລິການຜະລິດຕະພັນໃນລະບົບ “ ດິຈິຕອລ ” ໃນ ສປປ ລາວ, ເພີ່ມທະວີຄວາມອາດສາມາດໃນການຂະຫຍາຍສ່ວນແບ່ງຕະຫຼາດຂອງຕົນ ໂດຍນໍາໃຊ້ລະບົບທັນສະໄໝຜ່ານໂທລະສັບມືຖື ແລະ ເອເລັກໂຕຣນິກ ເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າໃນການເຮັດທຸລະກໍາດ້ານການເງິນຕ່າງໆ ເພື່ອກ້າວສູ່ສັງຄົມທີ່ບໍ່ໃຊ້ເງິນສົດເທື່ອລະກ້າວ.

ສ່ວນແຜນການໃນຕໍ່ໜ້າກໍຍັງຈະສືບຕໍ່ຂະຫຍາຍໜ່ວຍບໍລິການຂອງທະນາຄານຮ່ວມພັດທະນາໄປຍັງເຂດຊຸມຊົນຕ່າງໆ, ເຂດທີ່ເໝາະສົມຍັງບໍ່ທັນມີໜ່ວຍບໍລິການຂອງ JDB ເຊັ່ນ: ແຂວງຜົ້ງສາລີ ແລະ ແຂວງໄຊສົມບູນ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການບໍລິການຂອງທະນາຄານຮ່ວມພັດທະນາ. ຄຽງຄູ່ກັນນັ້ນ, ພວກເຮົາມີແຜນການປ່ອຍສິນເຊື່ອເພື່ອສົ່ງເສີມທຸລະກິດຂອງລູກຄ້າ ບໍ່ວ່າຈະເປັນທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່. ນອກຈາກນັ້ນ, ຍັງມີສິນເຊື່ອເພື່ອພະນັກງານ – ລັດຖະກອນສາມາດກູ້ຢືມໄດ້ໂດຍບໍ່ມີຫຼັກຊັບຄໍ້າປະກັນ, ສິນເຊື່ອເພື່ອນັກສຶກສາທີ່ຈະຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ສິນເຊື່ອເພື່ອງານແຕ່ງດອງ ແລະ ອື່ນໆອີກ. ສໍາລັບໃນຕົ້ນປີ 2020 ນີ້ ທະນາຄານຮ່ວມພັດທະນາຈະໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານ ຄົບຮອບ 30 ປີ.