ຣັຕນະບໍລິຫານທຸລະກິດ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ 500 ກວ່າຄົນ

261

ໃນວັນທີ 21 ທັນວາຜ່ານມາ ສະຖາບັນຣັຕນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບສົກຮຽນ 2018 – 2019 ແລະ ຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນຂຶ້ນທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ລີຕູ້ ບົວປ່າວ ປະທານສະພາບໍລິຫານສະຖາບັນຣັຕນະບໍລິຫານທຸລະກິດ, ທ່ານ ຄຳພອນ ໄຊສົມພູ ຫົວໜ້າຫ້ອງການສະພາທີ່ປຶກສາການສຶກສາພາກເອກະຊົນ ກະຊວງສຶກສາທິການ ແລະ ກີລາ, ທ່ານ ປອ. ສົມເພັດ ຣັຕນະສິມ ປະທານສະພາສະຖາບັນຣັຕນະບໍລິຫານທຸລະກິດ, ຄະນະອຳນວຍການ, ພ້ອມດ້ວຍພະນັກງານ,   ຄູ – ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ປອ. ບຸນເທືອງ ມູນລາສີ ຜູ້ອຳນວຍການສະຖາບັນຣັຕນະ ບໍລິຫານທຸລະກິດ ຂຶ້ນກ່າວວ່າ: ສຳລັບສົກຮຽນ 2018 – 2019 ມີນັກສຶກສາທີ່ສອບເສັງຜ່ານ ແລະ ຈົບການສຶກສາຫຼັກສູດວິຊາຊີບຊັ້ນສູງ 4 ສາຂາວິຊາ 513 ຄົນ ຍິງ 305 ຄົນ. ໃນນັ້ນ, ສາຂາວິຊາພາສາອັງກິດທຸລະກິດ ມີ 85 ຄົນ ຍິງ 42 ຄົນ, ສາຂາການຕະຫຼາດ ມີ 75 ຄົນ ຍິງ 41 ຄົນ, ສາຂາບໍລິຫານທົ່ວໄປ ມີ 181 ຄົນ ຍິງ 91 ຄົນ ແລະ ສາຂາການ ເງິນ – ການທະນາຄານ ມີ 172 ຄົນ ຍິງ 131 ຄົນ.

ໃນພິທີດັ່ງກ່າວ, ຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງ ແລະ ຂອງຂວັນແກ່ຄູ – ອາຈານ ແລະ ພະນັກງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາການສຶກສາຂອງສະຖາບັນ.

ຮູບ,ຂ່າວ: ແກ້ວ