ປະທານສະພາແຫ່ງຊາດ ຢ້ຽມຢາມສະຖາບັນຄົ້ນຄວ້າຂອງ ຫົວເຫວີຍ ທີ່ນະຄອນຫຼວງປັກກິ່ງ

191

ໃນວັນທີ 17 ທັນວາທີ່ຜ່ານມາ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມສະຖາບັນຄົ້ນຄວ້າຂອງ ບໍລິສັດ ຫົວເຫວີຍ ທີ່ນະຄອນຫຼວງປັກກິ່ງ ພ້ອມທັງໄດ້ຮັບການເຂົ້າຢ້ຽມຄໍານັບຂອງ ທ່ານ ໂຈ່ ເຈີ້ນ ຮອງປະທານພາກພື້ນຫົວ ເຫວີຍ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນນຳກັນ ກ່ຽວກັບການພັດທະນາອຸດສາຫະກຳເຕັກໂນໂລຊີຂໍ້ມູນ – ຂ່າວສານ ແລະ ການສື່ສານ ( ICT ) ຢູ່ປະເທດລາວ.

ທ່ານ ໂຈ່ ເຈີ້ນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນລາວທີ່ໃຫ້ການສະໜັບສະໜູນ ແລະ ໄວ້ວາງໃຈ ຫົວເຫວີຍ ຕະຫຼອດໄລຍະ 20 ປີທີ່ບໍລິສັດໄດ້ເຂົ້າມາສູ່ຕະຫຼາດຂອງລາວ ເຊິ່ງ ບໍລິສັດ ຫົວເຫວີຍ ມີຄວາມຍິນດີທີ່ໄດ້ມີສ່ວນຮ່ວມໃນການພັດທະນາອຸດສາຫະກຳ ICT ຂອງປະເທດຊາດລາວ, ບໍ່ວ່າໃນດ້ານການກໍ່ສ້າງໂຄງສ້າງພື້ນຖານ, ການວາງແຜນວຽກງານ ICT ລະດັບຊາດ ແລະ ການພັດທະນາບຸກຄະລາກອນ ເພື່ອນໍາເອົາໂລກດິຈິຕອລມາສູ່ທຸກຄົນ, ທຸກຄອບຄົວ ແລະ ທຸກອົງກອນ ເພື່ອສ້າງການເຊື່ອມຕໍ່ໃນອະນາຄົດ.

ໃນການຢ້ຽມຢາມບໍລິສັດຄັ້ງນີ້ ທ່ານປະທານສະພາແຫ່ງຊາດລາວ ກໍໄດ້ຕີລາຄາສູງຕໍ່ການເຂົ້າປະກອບສ່ວນຂອງ ຫົວເຫວີຍ ໃນການພັດທະນາອຸດສາຫະກຳ ICT ຂອງລາວ ໂດຍສະເພາະແມ່ນການນຳເອົາເຕັກໂນໂລຊີທີ່ທັນສະໄໝມາຮັບໃຊ້ໃຫ້ແກ່ປະຊາຊົນລາວ ແລະ ການຝຶກອົບຮົມຜູ້ທີ່ມີຄວາມສາມາດ.

ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ກ່າວຕື່ມວ່າ: ຫົວເຫວີຍ ເປັນບໍລິສັດດຳເນີນການບໍລິການຂໍ້ມູນ – ຂ່າວສານ ແລະ ການສື່ສານຊັ້ນນຳຂອງໂລກ ແລະ ເປັນຄູ່ຮ່ວມຍຸດທະສາດດ້ານ ICT ຂອງລາວ, ຫວັງວ່າ ຫົວເຫວີຍ ຈະເຂົ້າຮ່ວມໃນການວາງແຜນກໍ່ສ້າງພື້ນຖານໂຄງລ່າງຂໍ້ມູນ – ຂ່າວສານ ແລະ ການສື່ສານແຫ່ງຊາດຂອງລາວ ດ້ວຍການນໍາໃຊ້ເຕັກໂນໂລຊີ ແລະ ປະສົບການທີ່ທັນສະໄໝຂອງຕົນ ເພື່ອຊ່ວຍຊູກຍູ້ການພັດທະນາເສດຖະກິດດິຈິຕອລໃນລາວໃຫ້ຫຼາຍຂຶ້ນ.

ບໍລິສັດ ຫົວເຫວີຍ ໄດ້ເລີ່ມດຳເນີນວຽກງານໃນລາວ ຕັ້ງແຕ່ປີ 1998 ແລະ ມີການຮ່ວມມືຢ່າງ ກວ້າງຂວາງກັບ ບໍລິສັດໂທລະຄົມມະນາຄົມ, ລັດຖະບານ ແລະ ອົງກອນຕ່າງໆຂອງລາວ. ໃນປັດຈຸບັນການບໍລິການດ້ານການສື່ສານຂອງ ຫົວເຫວີຍ ໄດ້ຮັບໃຊ້ໃຫ້ແກ່ 70% ຂອງປະຊາກອນລາວ ແລະ ຜະລິດຕະພັນໂທລະສັບໄດ້ຈັດຢູ່ອັນດັບ 1 ຂອງຕະຫຼາດລາວ.

ຫົວເຫວີຍ ໄດ້ມີສ່ວນຮ່ວມຢ່າງຕໍ່ເນື່ອງໃນການເສີມຂະຫຍາຍພັດທະນາຄວາມຮູ້ – ຄວາມສາມາດຂອງປະຊາຊົນໃນທ້ອງຖິ່ນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວໄດ້ເປັນຈຳນວນຫຼາຍ, ຈົນເຖິງປັດຈຸບັນໄດ້ຊ່ວຍການສ້າງບຸກຄະລາກອນມືອາຊີບດ້ານ ICT ໄດ້ຫຼາຍກວ່າ 3.000 ຄົນ.

ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ແລະ ທ່ານ ຫຼີຫຼົງ ຫົວໜ້າຝ່າຍປະຊາສຳພັນຂອງ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ຈໍາກັດຜູ້ດຽວ ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.