ສາລະວັນ ສະກັດກັ້ນ ແລະ ກັກຢຶດສິນຄ້າຮຽນແບບເຄື່ອງໝາຍ ຄູໂບຕາ

114

ໃນວັນທີ 19 ທັນວາ 2019 ນີ້ ຄະນະກຳມະການກວດກາພະແນກວິທະຍາສາດ ແລະ ເຕັກໂນໂລຊີ ( ວຕ ) ແຂວງສາລະວັນ ຮ່ວມກັບຫ້ອງການ ວຕ ເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ນຳໂດຍ ທ່ານ ສົມມະນີ ໄຊຍະວົງ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ທ່ານ ນາງ ດາວວຽງນະຄອນ ເດດຊະດາຈັນ ຕາງໜ້າ ບໍລິສັດ ຄູໂບຕາ, ຄະນະກຳມະການກວດກາຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງການອຸດສາຫະກຳການຄ້າເມືອງ, ກຳລັງປ້ອງກັນຄວາມສະຫງົບ ແລະ ວິຊາການຈາກ ບໍລິສັດ ຄູໂບຕາ ໄດ້ລົງເຄື່ອນໄຫວສະກັດກັ້ນ ແລະ ກັກຢຶດສິນຄ້າທີ່ຄ້າຍຄືກັນ, ການຮຽນແບບ, ການລະເມີດສິນຄ້າຂອງ ຄູໂບຕາ ( Kubota ) ປະເພດນໍ້າມັນເຄື່ອງ ແລະ ເຄື່ອງອາໄຫຼ່ ຢູ່ເທສະບານເມືອງສາລະວັນ ແລະ ເມືອງເລົ່າງາມ.

ຜ່ານການລົງເຄື່ອນໄຫວກວດກາ ແລະ ກັກຢຶດສິນຄ້າທີ່ຄ້າຍຄື, ການຮຽນແບບເຄື່ອງໝາຍຂອງ ຄູໂບຕາ ( Kubota ) ຕາມຫ້າງຮ້ານຂອງຜູ້ນຳເຂົ້າ, ຜູ້ຈຳໜ່າຍ ແລະ ຮ້ານຂາຍເຄື່ອງທົ່ວໄປຢູ່ເມືອງສາລະວັນ ກວດພົບຈຳນວນ 7 ຮ້ານ, ມີ 11 ລາຍການ ຄື: ນໍ້າມັນເຄື່ອງ 42 ຕຸກ, ສາຍຄັນເລັ່ງ 46 ເສັ້ນ, ສາຍຄາດ 9 ເສັ້ນ, ດອກວາວ 1 ກັບ, ສາຍພານ 144 ເສັ້ນ, ຫົວສີດ 11 ກັບ, ກາບຄາດ 6 ອັນ, ລູກສູບ 19 ກັບ, ຂອບລູກສູບ 5 ກັບ, ກັນຕອງນໍ້າມັນເຄື່ອງ 8 ອັນ, ລູກບີ 40 ກັບ ລວມມູນຄ່າເກືອບ 12 ລ້ານກີບ.

ສ່ວນຢູ່ເມືອງເລົ່າງາມ ຜ່ານການລົງເຄື່ອນໄຫວກວດກາ ແລະ ກັກຢຶດຕົວຈິງໄດ້ກວດພົບສິນຄ້າປະເພດດັ່ງກ່າວຈຳນວນ 10 ຮ້ານ, ມີ 13 ລາຍການ ຄື: ສາຍພານ 343 ເສັ້ນ, ກາບເບກ 21 ກັບ, ວາວ 8 ກັບ, ສາຍຄັນເລັ່ງ 22 ເສັ້ນ, ສາຍຄາ 3 ເສັ້ນ, ນໍ້າມັນເຄື່ອງ 98 ຕຸກ, ຊຸດລູກສູບ 9 ຊຸດ, ຊວງ 3 ກັບ, ລູກບີ 231 ກັບ ແລະ ລາຍການອື່ນໆ ລວມມູນຄ່າ 20 ລ້ານກວ່າກີບ.

ສໍາລັບສິນຄ້າທີ່ກັກຢຶດໄດ້ທັງໝົດໃນຄັ້ງນີ້ແມ່ນຈະນໍາໄປທໍາລາຍຖິ້ມໃນຂັ້ນຕໍ່ໄປ.

ຂ່າວ – ຮູບ: ທິດລານີ ໂຄດໂຍທາ