ແຂວງໄຊຍະບູລີ ກຽມຜະລິດພືດລະດູແລ້ງ 16 ພັນກວ່າເຮັກຕາ

122

ປັດຈຸບັນການເກັບກູ້ຜົນຜະລິດລະດູຝົນຊາວກະສິກອນທົ່ວແຂວງໄຊຍະບູລີ ສໍາເລັດ 100% ແຕ່ຜົນຜະລິດເມື່ອທຽບໃສ່ແຜນການທີ່ຕັ້ງໄວ້ແມ່ນບໍ່ໄດ້ຕາມແຜນ. ຂະນະທີ່ການຕົກກ້າກຽມປູກເຂົ້ານາແຊງໄດ້ແລ້ວ ກວ່າ 32% ສ່ວນເນື້ອທີ່ການຜະລິດພືດລະດູແລ້ງຢູ່ທີ່ 16 ພັນ ກວ່າເຮັກຕາ.

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການຜະລິດລະດູຝົນປີ 2019 ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 156.767 ເຮັກຕາ. ໃນນີ້, ເນື້ອທີ່ນາປີ 34.287 ເຮັກຕາ, ເຂົ້າໄຮ່ 10.480 ເຮັກຕາ ແລະ ປູກພືດຕ່າງໆ 112.000 ເຮັກຕາ. ຜ່ານການຈັດຕັ້ງປະຕິບັດເນື້ອທີ່ປູກເຂົ້ານາປີປັກດໍາຕົວຈິງໄດ້ 32.747 ເຮັກຕາ ເທົ່າກັບ 95,51% ຂອງແຜນການ, ມີເນື້ອທີ່ເສຍຫາຍຈາກໄພແຫ້ງແລ້ງ 3.687 ເຮັກຕາ, ເນື້ອທີ່ເກັບກ່ຽວຕົວຈິງ 29.017 ເຮັກຕາ, ສະມັດຖະພາບສະເລ່ຍ 4,31 ໂຕນຕໍ່ເຮັກຕາ, ຜົນຜະລິດທັງໝົດ 125.152 ໂຕນ, ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 4.546 ເຮັກຕາ, ຜົນຜະລິດຫຼຸດລົງ 27.015 ໂຕນ.

ເຂົ້າໄຮ່ເນື້ອທີ່ແຜນການທັງໝົດ 10.480 ເຮັກຕາ ປະຕິບັດຕົວຈິງ 11.185,11 ເຮັກຕາ ເທົ່າກັບ 106,73% ຂອງແຜນການ. ປັດຈຸບັນແມ່ນເກັບກູ້ສໍາເລັດແລ້ວ 100% ເສຍຫາຍຈາກໄພແຫ້ງແລ້ງ 1.452 ເຮັກຕາກວ່າ ເນື້ອທີ່ເກັບກ່ຽວຕົວຈິງ 9.732 ເຮັກຕາກວ່າ, ສະມັດຖະພາບສະເລ່ຍ 1,68 ໂຕນຕໍ່ເຮັກຕາ, ຜົນຜະລິດ 16.324 ໂຕນ ກວ່າ, ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 683 ເຮັກຕາກວ່າ, ຜົນຜະລິດຫຼຸດລົງ 7.696 ໂຕນ.

ການປູກພືດລະດູຝົນເນື້ອທີ່ແຜນການທັງໝົດ 112.000 ເຮັກຕາ, ປະຕິບັດຕົວຈິງ 110.371 ເຮັກຕາ ເທົ່າກັບ 98,54% ຂອງແຜນການ, ປັດຈຸບັນເກັບກູ້ສໍາເລັດ 100% ມີເນື້ອທີ່ເສຍຫາຍຈາກໄພແຫ້ງແລ້ງ 1.452 ເຮັກຕາກວ່າ, ເນື້ອທີ່ເກັບກູ້ຕົວຈິງ 105.264 ເຮັກຕາ, ສະມັດຖະພາບສະເລ່ຍ 11,56 ໂຕນຕໍ່ເຮັກຕາ, ຜົນຜະລິດ 1.216.427 ໂຕນ, ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 2.557 ເຮັກຕາ, ຜົນຜະລິດຫຼຸດລົງ 189.423 ກວ່າໂຕນ.

ສໍາລັບການຜະລິດພືດລະດູແລ້ງປີ 2019 – 2020 ນີ້ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 16.891 ເຮັກຕາ. ໃນນີ້, ເນື້ອທີ່ປູກເຂົ້ານາແຊງແຜນການທັງໝົດ 2.300 ເຮັກຕາ, ຄາດຄະເນສະມັດຖະພາບສະເລ່ຍ 4,75 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດທັງໝົດ 10.929 ໂຕນ, ມາຮອດປັດຈຸບັນຕົກກ້າໄດ້ 32,05%, ແນວປູກ 46.018 ກິໂລ, ກຽມດິນໄດ້ 533,92 ເຮັກຕາ ເທົ່າກັບ 23,21% ແລະ ປັກດໍາໄດ້ 148,64 ເຮັກຕາ ເທົ່າກັບ 6,46% ຂອງແຜນການ.

ເນື້ອທີ່ແຜນການປູກພືດທັງໝົດ 14.591 ເຮັກຕາ ຄາດຄະເນຜະລິດຕະພາບ 6,66 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 97.217 ໂຕນ, ມາຮອດປັດຈຸບັນປະຕິບັດໄດ້ 3.903 ເຮັກຕາ ເທົ່າກັບ 26,75% ຂອງແຜນການ.

ສະເພາະການປູກພືດລະດູແລ້ງປີນີ້ແຂວງໄຊຍະບູລີ ແມ່ນໄດ້ສຸມໃສ່ພືດເປັນສິນຄ້າສົ່ງອອກ ໂດຍສະເພາະການປູກໝາກໂມຢູ່ບັນດາເມືອງຕ່າງໆ ມີທັງໝົດ 1.534 ເຮັກຕາ, ປັດຈຸບັນປູກສໍາເລັດແລ້ວ 785 ເຮັກຕາ, ປູກຖົ່ວເຫຼືອງຟັກສົດ ມີເນື້ອທີ່ແຜນການ 240 ເຮັກຕາ ປັດຈຸບັນກໍາລັງກຽມດິນໄດ້ 422 ເຮັກຕາ ປູກສໍາເລັດແລ້ວ 147 ກວ່າເຮັກຕາ.

ເພື່ອຮັບປະກັນການຜະລິດລະດູແລ້ງປີນີ້ໃຫ້ໄດ້ຮັບຜົນ ແລະ ບັນລຸຕາມແຜນການທີ່ວາງໄວ້ ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ສົມທົບກັບບັນດາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃນການປຸກລະດົມຊາວກະສິກອນ ແລະ ບັນດາຫົວໜ່ວຍທຸລະກິດຈັດຕັ້ງປະຕິບັດແຕ່ຫົວທີ ໂດຍຖືເອົາ 3 ວັນກະສິກໍາເປັນມື້ເລີ່ມຕົ້ນ ພ້ອມແຕ່ງຕັ້ງພະນັກງານວິຊາການທີ່ກ່ຽວຂ້ອງລົງຊຸກຍູ້ຢູ່ແຕ່ລະເມືອງ, ກະກຽມແຜນການຕ້ານແລ້ງຕ້ານຖ້ວມ, ແຜນປ້ອງກັນກໍາຈັດສັດຕູພືດ, ກະກຽມແນວພັນພືດເຂົ້າ, ຈັກສູບນໍ້າ ແລະ ຢາປາບສັດຕູພືດແຕ່ຫົວທີ ແລະ ຄາດວ່າການຜະລິດລະດູແລ້ງປີນີ້ຈະສາມາດບັນລຸຕາມແຜນການທີ່ວາງໄວ້.

ຂ່າວ: ບຸນທີ