ທະນາຄານເອັສທີ ເປັນໜຶ່ງໃນ 10 ທະນາຄານ ທີ່ໄດ້ສະໜອງທຶນແກ່ SME

267

ທະນາຄານເອັສທີ ເປັນໜຶ່ງໃນ 10 ທະນາຄານ ທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມໂຄງການເງິນກູ້ຈາກທະນາຄານແຫ່ງຊາດ ສປ ຈີນ ( CDB ) ໃນວົງເງິນ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ). ດ້ານອໍານວຍການໃຫຍ່ເປີດເຜີຍ ແຫຼ່ງທຶນທີ່ລັດຖະບານໃຫ້ມາແມ່ນປ່ອຍກູ້ໄປໝົດແລ້ວ ແລະ ສະເໜີຂໍເພີ່ມອີກ.

ທ່ານ ຈິຣັດຊາຍຸດ ອຳຍົງ ຜູ້ອໍານວຍການໃຫຍ່ ທະນາຄານເອັສທີ ຈໍາກັດ ໃຫ້ສໍາພາດວ່າ: ເຫດຜົນທີ່ເຮົາຖືກຄັດເລືອກຈາກທະນາຄານແຫ່ງ ສປປ ລາວ ( ທຫລ ) ທີ່ເປັນໜຶ່ງໃນ 10 ທະນາຄານທຸລະກິດ ທີ່ເຂົ້າຮ່ວມໂຄງການດັ່ງກ່າວກໍມີຫຼາຍປັດໄຈ ເປັນຕົ້ນແມ່ນ: ເລື່ອງຄວາມໝັ້ນຄົງຂອງທະນາຄານທີ່ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການໃຫ້ສິນເຊື່ອແກ່ທຸລະກິດຂະໜາດນ້ອຍ ແລະ ກາງມາໂດຍຕະຫຼອດ, ມີວິທີການຄັດເລືອກລູກຄ້າ, ມີຫຼັກການປ່ອຍສິນເຊື່ອທີ່ດີ ໂດຍສາມາດປ່ອຍກູ້ໂດຍບໍ່ມີໜີ້ເສຍ, ເຮັດໄດ້ຕາມແຜນ ແລະ ມີການເພີ່ມທຶນໃນທຸກໆປີຈຶ່ງເຮັດໃຫ້ພາກລັດໝັ້ນໃຈວ່າທຶນທີ່ສະໜອງແກ່ SME ໂດຍຜ່ານທະນາຄານຖືກນໍາໄປໃຊ້ຢ່າງມີປະສິດທິຜົນ, ສອດຄ່ອງກັບນະໂຍບາຍຂອງລັດຖະບານທີ່ຕ້ອງການສົ່ງເສີມໃຫ້ SME ມີຄວາມເຂັ້ມແຂງ ແລະ ທຸລະກິດເຕີບໃຫຍ່ຂະຫຍາຍຕົວ.

ທ່ານກ່າວຕື່ມວ່າ: ການສະໜອງທຶນໃຫ້ແກ່ SME ພວກເຮົາໄດ້ມີການຈັດຕັ້ງປະຕິບັດນັບແຕ່ປີ 2016 ເປັນຕົ້ນມາ ກໍຖືວ່າປະສົບຜົນສໍາເລັດຫຼາຍ ແລະ ໃນປີ 2019 ທະນາຄານພວກເຮົາກໍໄດ້ຮັບທຶນເປັນຈໍານວນ 32 ຕື້ກີບ ເພື່ອປ່ອຍກູ້ໃຫ້ກັບທຸລະກິດຂະໜາດນ້ອຍ ແລະ ກາງ, ມາຮອດປັດຈຸບັນທຶນດັ່ງກ່າວໄດ້ປ່ອຍກູ້ໃຫ້ແກ່ລູກຄ້າໝົດແລ້ວ ແລະ ມີການໃຫ້ສິນເຊື່ອເພີ່ມອີກໃນກໍລະນີລູກຄ້າຊໍາລະເປັນປົກກະຕິ ຈຶ່ງໄດ້ສະເໜີໄປຍັງພາກລັດເພື່ອຂໍອະນຸມັດວົງເງິນເພີ່ມອີກ ເຊິ່ງຈະເປັນແນວໃດນັ້ນຈະແຈ້ງໃຫ້ຊາບພາຍຫຼັງ.

ສໍາລັບການຄັດເລືອກລູກຄ້າຂອງ ທະນາຄານເອັສທີ ອາດຈະບໍ່ແຕກຕ່າງຈາກທະນາຄານທຸລະກິດທົ່ວໄປ, ແຕ່ພວກເຮົາເນັ້ນໃສ່ຕ້ອງເປັນທຸລະກິດທີ່ດີ, ເປັນທຸລະກິດທີ່ພາກລັດໃຫ້ການສະໜັບສະໜູນ ເປັນຕົ້ນແມ່ນ: ການຜະລິດເປັນສິນຄ້າ, ທຸລະກິດຂາຍຍົກ – ຂາຍຍ່ອຍ, ທຸລະກິດບໍລິການຕ່າງໆ, ການສຶກສາ ແລະ ພື້ນຖານໂຄງລ່າງອື່ນໆ, ຂະນະດຽວກັນຄຸນສົມບັດຂອງ SME ທີ່ຈະໄດ້ຮັບການພິຈາລະນາເລື່ອງສິນເຊື່ອຈາກທະນາຄານກໍຕ້ອງເປັນທຸລະກິດທີ່ດີ, ມີປະຫວັດການຊໍາລະດີ, ມີກໍາໄລ, ມີປະສົບການໃນການເຮັດທຸລະກິດ 1 – 2 ປີ ເຊິ່ງທັງໝົດນີ້ແມ່ນກຸ່ມເປົ້າໝາຍທີ່ລັດຖະບານຕ້ອງການສົ່ງເສີມ ແລະ ເອົາເງິນຈໍານວນດັ່ງກ່າວມາສະໜັບສະໜູນເພື່ອໃຫ້ເກີດດອກອອກຜົນ ແລະ ຄວບຄຸມການປ່ອຍສິນເຊື່ອຢ່າງຮັດກຸມ ເຮັດໃຫ້ລູກຄ້າທີ່ເອົາເງິນໄປແລ້ວມີທຸລະກິດທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມອັດຕາດອກເບ້ຍທີ່ລັດຖະບານກໍານົດ.

ຂໍ້ມູນຈາກທະນາຄານ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ສຳລັບເງິນກູ້ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມ SME ໄດ້ແບ່ງອອກເປັນ 3 ງວດ, ງວດລະ 100 ລ້ານໂດລາສະຫະລັດ ເຊິ່ງໃນວັນທີ 9 ກໍລະກົດ 2019 ທຫລ ໄດ້ເຊັນສັນຍາເງິນກູ້ງວດທີ 1 ຈຳນວນ 100 ລ້ານໂດລາ ໄລຍະກູ້ຢືມ 5 ປີ. ໃນນັ້ນ, ປອດໜີ້ຕົ້ນທຶນ 3 ປີ ດ້ວຍເງືຶ່ອນໄຂທີ່ ທຫລ ບໍລິຫານ ແລະ ຄຸ້ມຄອງໃນຮູບແບບປ່ອຍຜ່ານທະນາຄານທຸລະກິດທີ່ມີຄວາມເຂັ້ມແຂງ ແລະ ທະນາຄານທຸລະກິດລັດຈຳນວນໜຶ່ງຕາມການມອບໝາຍຂອງ ທຫລ ເພື່ອປ່ອຍກູ້ຕໍ່ໃຫ້ SME ໃນ ສປປ ລາວ. ສໍາລັບທະນາຄານທຸລະກິດທີ່ມີເງື່ອນໄຂຄົບຖ້ວນເຂົ້າໂຄງການ ປະກອບມີ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານມາຣູຮານ ເຈແປນ ລາວ ຈຳກັດ, ທະນາຄານຮ່ວມພັດທະນາ, ທະນາຄານ ລາວ – ຈີນ ຈຳກັດ, ທະນາຄານຮ່ວມທຸລະກິດ ລາວ – ຫວຽດ, ທະນາຄານເອັສທີ ຈຳກັດ, ທະນາຄານຫຸ້ນສ່ວນການຄ້າທະຫານສາຂາລາວ ແລະ ທະນາຄານໄຊງ່ອນເທືອງຕິນ ລາວ ຈຳກັດ.

ຂ່າວ – ຮູບ: ສົມສະຫວິນ