ອີຢູ ໃຫ້ທຶນ 15 ລ້ານເອີໂຣ ຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການຢູ່ 2 ແຂວງພາກກາງ

148

ສະຫະພາບເອີຣົບ ໄດ້ໃຫ້ທຶນຊ່ວຍເຫຼືອມູນຄ່າ 15 ລ້ານເອີໂຣ ຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ ຢູ່ສະຫວັນນະເຂດ ແລະ ຄໍາມ່ວນ ເຊິ່ງຈະຊ່ວຍປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນໃນເຂດຊົນນະບົດ ສາມາດເຂົ້າເຖິງນໍ້າສະອາດ ແລະ ສຸຂະອະນາໄມທີ່ດີ.

ໃນວັນທີ 20 ທັນວາ 2019 ຢູ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ ຢູ່ແຂວງສະຫວັນນະເຂດ Lot 1 – 8 ແຂວງສະຫວັນນະເຂດ ແລະ Lot 9 – 12 ແຂວງຄໍາມ່ວນ ຂຶ້ນລະຫວ່າງ ກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ອິນຊີພັດທະນາ ແລະ ກໍ່ສ້າງ ຈໍາກັດ ພ້ອມດ້ວຍ ບໍລິສັດ Unitek ຈໍາກັດ ພາຍໃຕ້ໂຄງການຊ່ວຍເຫຼືອລ້າ ທາງດ້ານການເງິນຈາກສະຫະພາບເອີຣົບ ໃນມູນຄ່າ 15 ລ້ານເອີໂຣ ໂດຍຜ່ານທະນາຄານພັດທະນາເຢຍລະມັນ ( KfW ) ແລະ ລັດຖະບານລາວ ສົມທົບ 1,9 ລ້ານເອີໂຣ ໂດຍຜ່ານກະຊວງໂຍທາທິການ ແລະ ຂົນສົ່ງ.

ເຂົ້າຮ່ວມໃນພິທີເຊັນສັນຍາມີ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພົມມາ ແວວລາວັນ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ແຫຼວຄໍາ ວົງສາວັນທອງ ຜູ້ອໍານວຍການ ບໍລິສັດ ອິນຊີພັດທະນາ ກໍ່ສ້າງ ຈໍາກັດ ພ້ອມດ້ວຍທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ ແລະ ບັນດາແຂກຜູ້ມີກຽດອື່ນໆເຂົ້າຮ່ວມ.

ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ ຈະໄດ້ຮັບການຈັດຕັ້ງປະຕິບັດຢູ່ແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ ໂດຍໃຊ້ໄລຍະເວລາຈັດຕັ້ງປະຕິບັດທັງໝົດ 3 ປີ ໂດຍໃນໂຄງການທໍາອິດຈະເລີ່ມຈາກ Lot 2, 3 ແລະ 7 ຢູ່ແຂວງສະຫວັນນະເຂດກ່ອນ.

ໂຄງການດັ່ງກ່າວຈະເປັນການປະກອບສ່ວນຢ່າງໃຫຍ່ ຫຼວງ ໃຫ້ແກ່ປະຊາຊົນໃນເຂດຊົນນະບົດສາມາດເຂົ້າເຖິງນໍ້າສະອາດ ແລະ ສຸຂະອະນາໄມທີ່ດີຢູ່ແຂວງສະຫວັນນະເຂດ ແລະ ຍັງເປັນການປະກອບສ່ວນໃນຄາດໝາຍສູ້ຊົນຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDG6 ( ນໍ້າສະອາດ ແລະ ສຸຂາພິບານ ) ກໍຄືຮອດປີ 2030 ປະຊາຊົນລາວທົ່ວປະເທດຕ້ອງໄດ້ນໍາໃຊ້ນໍ້າສະອາດ ແລະ ປອດໄພ.

ໂຄງການນີ້ນອກຈາກຈະສົ່ງເສີມໃຫ້ຊຸມຊົນມີຄວາມຮູ້ການນຳໃຊ້ນ້ຳໃຫ້ຖືກສຸຂະອະນາໄມແລ້ວ ຍັງເປັນການແນໃສ່ການປ່ຽນແປງພຶດຕິກຳດ້ານສຸຂະນາໄມ ແລະ ໂພຊະນາການທີ່ດີຂຶ້ນ ແລະ ຈະຊ່ວຍຫຼຸດຜ່ອນຈຳນວນເດັກນ້ອຍເຕ້ຍຂາດສານອາຫານ ເຊິ່ງທັງໝົດນີ້ຈະສາມາດບັນລຸໄດ້ ໂດຍການຈັດກິດຈະກຳການປູກຈິດສຳນຶກ ແລະ ຝຶກອົບຮົມດ້ານວິຊາການ.