ທ່ານ ຂັນໄຊ ລັດຖະເຮົ້າ ໄດ້ເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສາລະວັນ ຜູ້ໃໝ່

98

ເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຫຼາຍພະແນກການ, ອົງການຈັດຕັ້ງນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີການປັບປ່ຽນໂຍກຍ້າຍໜ້າທີ່ພະນັກງານ ເພື່ອໃຫ້ສອດຄ່ອງກັບສະພາບການ ແລະ ເຮັດໃຫ້ວຽກງານດັ່ງກ່າວມີປະສິທິພາບຍິ່ງໆຂຶ້ນ. ຫຼ້າສຸດ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ສາລະວັນ ກໍ່ໄດ້ມີພິທີ ມອບ-ຮັບຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນຢ່າງເປັນທາງການ ໂດຍຊ້ອງໜ້າຂອງທ່ານ ບົວທອງ ຄຸນຍອດປັນຍາ ຮອງເຈົ້າແຂວງສາລະວັນ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2019 ຜ່ານມາ ຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງສາລະວັນ ເປັນກຽດເຂົ້າຮ່ວມຂອງທ່ານ ບົວທອງ ຄຸນຍອດປັນຍາ ຮອງເຈົ້າແຂວງສາລະວັນ, ມີການນຳແຂວງ, ຫົວໜ້າ-ຮອງພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ708/ຈຂ.ສວ, ລົງວັນທີ 11 ພະຈິກ 2019 ວ່າດ້ວຍກນແຕ່ງຕັ້ງທ່ານ ແຫວນເພັດ ລັດດາວົງ ເປັນເຈົ້າເມືອງຄົງເຊໂດນ, ປະຕິບັດຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ 765/ຈຂ.ສວ, ລົງວັນທີ 4 ທັນວາ 2019 ວ່າດ້ວຍການຕົກລົງແຕ່ງຕັ້ງ ທ່ານ ຂັນໄຊ ລັດຖະເຮົ້າ ເປັນຫົວໜ້າ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງສາລະວັນ ຜູ້ໃໝ່.

ຈາກນັ້ນ, ໃນພິທີ ຍັງຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ 767/ຈຂ.ສວ, ລົງວັນທີ 4 ທັນວາ 2019 ວ່າດ້ວຍ: ການຕົກລົງແຕ່ງຕັ້ງ ທ່ານ ຄໍາສຸກ ແກ້ວວົງສອງ ເປັນຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສາລະວັນ ຜູ້ໃໝ່ອີກດ້ວຍ.