ຕົ້ນປີໃໝ່ຈີນຈະຫຼຸດພາສີສິນຄ້ານໍາເຂົ້າເກືອບ900ລາຍການ

109

ກະຊວງການເງິນຈີນແຈ້ງການວ່າ:ລັດຖະບານຈະຫຼຸດພາສີສິນຄ້ານໍາເຂົ້າຫຼາຍຢ່າງຕັ້ງແຕ່ຊີ້ນໝູແຊ່ແຂງ,ອະໂວຄາໂດຕະຫຼອດຮອດເຊມິຄອນດັກເຕີບາງປະເທດຕັ້ງແຕ່ວັນທີ1ເດືອນ ມັງກອນປີ2020ເປັນຕົ້ນໄປເພື່ອສົ່ງເສີມການນໍາເຂົ້າໃນຍາມທີ່ເສດຖະກິດຂະຫຍາຍຕົວຊ້າ ແລະ ກໍາລັງບັນຫາການຄ້າກັບອາເມຣິກາ.

ປີໜ້າຈີນຈະເກັບພາສີສິນຄ້ານໍາເຂົ້າຊົ່ວຄາວທີ່ຕໍ່າກວ່າພາສີປະເທດທີ່ໄດ້ຮັບຄວາມອະນຸເຄາະຢ່າງຈໍານວນ850ລາຍການເພີ່ມຂຶ້ນຈາກ706ລາຍການໃນປີນີ້ເຊັ່ນພາສີຊີ້ນໝູນໍາເຂົ້າຈະຫຼຸດລົງຈາກພາສີປະເທດທີ່ໄດ້ຮັບອະນຸເຄາະຢ່າງ12%ເຫຼືອ8%,ພາສີອະໂວຄາໂດນໍາເຂົ້າຈະຫຼຸດລົງຈາກ30%ເຫຼືອ7%,ພາສີຢາຫອບຫືດ ແລະ ເບົາຫວານບາງປະເພດ ແລະ ພາສີເຊມິຄອນດັກເຕີຫຼາຍຢ່າງຈະຫຼຸດລົງເຫຼືອສູນ.

ເສດຖະກິດຈີນກໍາລັງຂະຫຍາຍຕົວຊ້າໃນຮອບເກືອບ30ປີ ແລະ ອາດຈະປະເຊີນແຮງກົດດັນໃຫ້ຂະຫຍາຍຕົວຫຼຸດລົງອີກໃນປີໜ້າ.

ຢ່າງໃດກໍຕາມ,ລັດຖະບານຈີນປະກາດຈະປະຄອງການຂະຫຍາຍຕົວທາງເສດຖະກິດໃນປີໜ້າໃຫ້ຢູ່ໃນອັດຕາທີ່ສົມເຫດສົມຜົນ,ອອກນະໂຍບາຍມຸ່ງໄປທາງໜ້າ ແລ ະມີປະສິດທິພາບໃນໄລຍະທີ່ເສດຖະກິດຂະຫຍາຍຕົວຊ້າ ແລ ະກໍາລັງມີບັນຫາການຄ້າກັບອາເມຣິກາ.