ຟັງເພງໃນຂະນະເຮັດວຽກຊ່ວຍສ້າງພະລັງໃຫ້ສະໝອງໄດ້

60

ການຟັງເພງບໍ່ແມ່ນແຕ່ຊ່ວຍຜ່ອນຄາຍເທົ່ານັ້ນ ແຕ່ຍັງຊ່ວຍເພີ່ມປະສິດທິພາບຂອງການເຮັດວຽກໄດ້ນຳ ໂດຍເລືອກຟັງເພງໃຫ້ຖືກປະເພດ. ນອກນີ້, ຍັງຊ່ວຍສ້າງພະລັງສະໝອງໃນການເຮັດວຽກໃຫ້ດີຂຶ້ນ ໂດຍສະເພາະແມ່ນການເຮັດວຽກທີ່ຕ້ອງເຮັດຊ້ຳໆ.

1 ເພງທີ່ມີສຽງປະກອບເປັນສຽງທຳມະຊາດຈະຊ່ວຍໃຫ້ອາລົມດີ ແລະ ມີສະມາທິ: ການຟັງເພງທີ່ມີສຽງປະກອບຈາກສຽງທຳມະຊາດສາມາດຊ່ວຍໃຫ້ຜູ້ຟັງອາລົມດີ ແລະ ມີສະມາທິໃນການເຮັດວຽກຫຼາຍຂຶ້ນ ເພາະສຽງທຳມະຊາດທີ່ມີຢູ່ໃນເພງຊ່ວຍໃຫ້ມີຈິດໃຈສະຫງົບລົງ, ມີການຮຽນຮູ້ ແລະ ສະມາທິດີຍິ່ງຂຶ້ນ ເຊິ່ງຈະສົ່ງຜົນໂດຍກົງຕໍ່ປະສິດທິພາບໃນການເຮັດວຽກ ແລະ ສຽງແບບນີ້ເອີ້ນວ່າ White noise ຈະບໍ່ໄປລົບກວນການເຮັດວຽກຂອງສະໝອງ ຫຼື ຖ້າຢາກໃຫ້ໄດ້ຜົນດີຄວນຟັງສຽງນ້ຳໄຫຼຮ່ວມນຳ.

2 ເພງມີແຕ່ສຽງຈະດີກວ່າເພງທີ່ມີເນື້ອຮ້ອງ: ເຖິງວ່າການຟັງເພງສາມາດສົ່ງຜົນໃຫ້ມີສະມາທິດີຂຶ້ນແທ້ ແຕ່ການຟັງເພງທີ່ມີເນື້ອຮ້ອງຈະເຮັດໃຫ້ສະໝອງຖືກລົບກວນໄດ້, ສຽງເພງທີ່ຫຼິ້ນແບບບໍ່ມີເນື້ອຮ້ອງຈະບໍ່ເຂົ້າໄປລົບກວນສະໝອງ ແຕ່ສຽງເພງທີ່ມີເນື້ອຮ້ອງຈະເຮັດໃຫ້ຜູ້ຟັງສັບສົນ ແລະ ເຮັດໃຫ້ຜູ້ຟັງປ່ຽນໄປສົນໃຈກັບສຽງອ້ອມຂ້າງຫຼາຍກວ່າປົກກະຕິ.

3 ເພງທີ່ມັກຈະຊ່ວຍພາໃຫ້ສະໝອງແລ່ນ: ການຟັງເພງທີ່ມັກບໍ່ໄດ້ຊ່ວຍໃຫ້ຮູ້ສຶກຜ່ອນຄາຍເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ສະໝອງແລ່ນໄດ້ດີຫຼາຍຂຶ້ນເຊັ່ນກັນ ການເລືອກຟັງເພງຕາມຄວາມມັກນັ້ນມີຄວາມສຳຄັນ ໂດຍສະເພາະກັບຄົນເຮັດວຽກຈະຊ່ວຍໃຫ້ວຽກສຳເລັດໄວຂຶ້ນ ແຖມຍັງຊ່ວຍສ້າງສັນຄວາມຄິດໃໝ່ໆເພາະການຟັງເພງທີ່ມັກຈະເຮັດໃຫ້ຮູ້ສຶກອາລົມດີ ແລະ ຜ່ອນຄາຍລົງຈົນເຮັດໃຫ້ສະໝອງເຮັດວຽກໄດ້ແບບເຕັມທີ່ພ້ອມ.

ຂໍ້ມູນຈາກ: ladytips.com, ຮຽບຮຽງ: ນຸ້ມນິ້ມ