ໂຈແອ້ນ ໂພທິວັດ ຮອງອັນດັບ 1 ນາງສາວລາວ 2019 ພູມໃຈທີ່ໄດ້ປະຕິບັດພາລະກິດອັນຊົງກຽດ

50

ສາວ ໂຈແອ້ນ ພາກພູມໃຈທີ່ໄດ້ຮັບຕຳແໜ່ງຮອງອັນດັບ 1 ນາງສາວລາວ 2019 ທຸກຄວາມຕັ້ງໃຈ ແລະ ຄວາມພະຍາຍາມທີ່ມີມາຕະຫຼອດຈົນໄດ້ຮັບຜົນສໍາເລັດອີກໜຶ່ງບາດກ້າວ ພ້ອມທັງເປັນກຽດຫຼາຍທີ່ມີໂອກາດໄດ້ໃຊ້ນາມສະກຸນນາງສາວລາວ ແລະ ໄດ້ຮັບໂອກາດໃຫ້ປະຕິບັດພາລະກິດອັນຊົງກຽດຂອງກອງປະກວດ ເຊິ່ງເປັນສິ່ງທີ່ແມ່ຍິງລາວຫຼາຍໆຄົນໃຝ່ຝັນ.

ໂຈແອ້ນ ໂພທິວັດ ຮອງອັນດັບ 1 ນາງສາວລາວ 2019 ໃຫ້ສໍາພາດວ່າ: ສິ່ງທີ່ໄດ້ຮັບຈາກເວທີນາງສາວລາວ ຄືການໄດ້ຝຶກຝົນຕົນເອງໃຫ້ເປັນຄົນທີ່ມີ ຄວາມອົດທົນ ແລະ ມີລະບຽບວິໄນ ພ້ອມທັງໄດ້ຮັບຄວາມຮູ້ຫຼາຍດ້ານບໍ່ວ່າຈະເປັນການວາງຕົວໃຫ້ເໝາະສົມໃນສັງຄົມ, ກິລິຍາມາລະຍາດ ຫຼື ການປັບບຸກຄະລິກກະພາບໃຫ້ໂດດເດັ່ນສະຫງ່າງາມ. ນອກນັ້ນ, ຍັງໄດ້ຮູ້ຈັກຮັກແພງ ແລະ ໄດ້ມິດຕະພາບດີໆຈາກໝູ່ເພື່ອນທີ່ເປັນຕົວແທນຈາກແຕ່ລະແຂວງ ລວມທັງເປັນການເປີດໂລກະທັດໃຫ້ເປັນຄົນທີ່ມີຄວາມຄິດກ້າວໄກ, ມີຄວາມຮັບຜິດຊອບ ແລະ ເປັນຜູ້ໃຫຍ່ຫຼາຍຂຶ້ນ.

ໜ້າທີ່ຫຼັກໆຫຼັງຈາກໄດ້ຮັບຕໍາແໜ່ງແມ່ນເປັນທູດວັດທະນະທໍາ ຄື: ຕ້ອງປົກປັກຮັກສາ, ເຜີຍແຜ່ມູນເຊື້ອວັດທະນະທໍາລາວ ໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໄດ້ເຫັນ, ປະກອບສ່ວນຊ່ວຍເຫຼືອສັງຄົມ, ປະຕິບັດພາລະກິດອື່ນໆໃຫ້ທັງພາກລັດ ແລະ ເອກະຊົນຕາມການມອບໝາຍຂອງກອງປະກວດ. ນອກນັ້ນ, ຕົນເອງກໍຕ້ອງສືບຕໍ່ພັດທະນາຕົວເອງໃຫ້ມີສະຕິປັນຍາ, ມີຄວາມຮູ້ – ຄວາມສາມາດ ແລະ ລະມັດລະວັງເລື່ອງການປະພຶດຕົວຫຼາຍຂຶ້ນ ເພື່ອສ້າງຕົວເອງໃຫ້ມີຄຸນຄ່າສົມກັບຕໍາແໜ່ງທີ່ໄດ້ຮັບມາ.

ທຸກໆຄວາມຮູ້ ແລະ ປະສົບການທີ່ເກັບກ່ຽວໄດ້ຈາກເວທີນີ້ ນ້ອງຈະພະຍາຍາມແນະນໍາບອກຕໍ່ໃຫ້ຮຸ່ນນ້ອງທີ່ມີຄວາມສົນໃຈຢາກປະກວດໄດ້ຮູ້ ແລະ ຈະນໍາມາປະຕິບັດໃນຊີວິດປະຈໍາວັນໃຫ້ນ້ອງໆໄດ້ເຫັນເປັນແບບຢ່າງ, ສິ່ງສໍາຄັນສໍາລັບນ້ອງໆຄົນໃດທີ່ມີເປົ້າໝາຍຢາກປະກວດກໍຕ້ອງກຽມຄວາມພ້ອມທາງດ້ານບຸກຄະລິກກະພາບ, ກິລິຍາມາລະຍາດ ແລະ ຄວາມ   ຮູ້ – ຄວາມສາມາດ, ມີຄວາມອົດທົນ ແລະ ພະຍາຍາມ ເພາະເຊື່ອໝັ້ນວ່າເວທີນາງສາວລາວມີຄວາມທ່ຽງທໍາ ແລະ ໃຫ້ໂອກາດຄົນທີ່ມີຄວາມພະຍາຍາມຢ່າງແນ່ນອນ.

ໃນນາມທີ່ຕົນເອງເປັນທູດວັດທະນະທໍາ ນ້ອງຈະປະພຶດຕົວໃຫ້ເປັນແບບຢ່າງແກ່ແມ່ຍິງລາວ ໂດຍສະເພາະແມ່ນໄວໜຸ່ມເຍົາວະຊົນກໍຄືວາງຕົວໃຫ້ເໝາະສົມ, ມີຄວາມອ່ອນນ້ອມຖ່ອມຕົວ, ມີກິລິຍາມາລະຍາດ, ຮູ້ຈັກບ່ອນຕໍ່າບ່ອນສູງ, ຮູ້ຈັກເຄົາລົບໃຫ້ກຽດຄົນອື່ນ, ນຸ່ງຖືໃຫ້ຖືກຕ້ອງຕາມກາລະເທສະ, ຮັກສາຮີດຄອງປະເພນີ ແລະ ບໍ່ເອົາຕົວເອງໄປຫຍຸ້ງກ່ຽວກັບສິ່ງທີ່ຜິດຕໍ່ລະບຽບກົດໝາຍ ຫຼື ຜິດສິນທໍາຮີດຄອງປະເພນີຢ່າງເດັດຂາດ.

ຂ່າວ: ນຸ້ມນິ້ມ, ຮູບ: Joanne Phothivat