BCEL OneHeart ມອບເງິນກວ່າ 4 ຕື້ກີບ ທີ່ລະດົມໄດ້ຈາກສັງຄົມ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ອັດຕະປື

259

ໃນວັນທີ 20 ທັນວາ 2019, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຕາງໜ້າຜູ້ຮ່ວມບໍລິຈາກຜ່ານ BCEL OneHeart ໄດ້ມອບເງິນທີ່ລະດົມ ໄດ້ຈາກສັງຄົມ ຜ່ານ BCEL OneHeart ໃຫ້ແກ່ຜູ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ເນື່ອງຈາກຄູກັ້ນນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນຄັ້ງວັນທີ 23 ກໍລະກົດ 2018 ທີ່ຜ່ານ.

ຈາກເຫດການໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນຄັ້ງນັ້ນ ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນທີ່ດຳລົງຊີວິດໃນຂົງເຂດດັ່ງກ່າວຢ່າງມະຫາສານ. ດ້ວຍເຫດນັ້ນ, ທຄຕລ ຈຶ່ງໄດ້ເຂົ້າໄປມີສ່ວນຮ່ວມໃນການລະດົມທຶນ ຊ່ວຍເຫຼືອຜູ້ປະສົບໄພພິພັດນ້ຳຖ້ວມຜ່ານຊ່ອງທາງ BCEL OneHeart ເຊິ່ງສາມາດລະດົມໄດ້ທັງໝົດຈໍານວນ 4.055.322.843,91 ກີບ (ສີ່ຕື້ຫ້າສິບຫ້າລ້ານສາມແສນຊາວສອງພັນແປດຮ້ອຍສີ່ສິບສາມຈຸດເກົ້າສິບເອັດກີບ) ມີຜູ້ຮ່ວມບໍລິຈາກທັງໝົດ 26.991 ຄັ້ງ.


ໃນນີ້, ຈໍານວນເງິນທີ່ສາມາດລະດົມໄດ້ຈາກຊ່ອງທາງ BCEL One, Onepay, i-Bank, Counter ມີ 26.694 ຄັ້ງ, ຈໍານວນເງິນ 3.932.557.722,06 ກີບ ແລະ ຈໍານວນເງິນທີ່ສາມາດລະດົມໄດ້ຜ່ານບັດ (Visa, Mastercard JCB ແລະ Unionpay) ຈາກຕ່າງປະເທດມີ 297 ຄັ້ງ, ຈໍານວນເງິນ 122.765.121,85 ກີບ.

ເຊິ່ງພິທີມອບ-ຮັບເງິນຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ຈັດຂຶ້ນຢູ່ທີ່ສູນພັກຊົ່ວຄາວ ຂອງຜູ້ປະສົບໄພນ້ຳຖ້ວມຈຸດບ້ານດົງບາກ ເມືອງສະໜາມໄຊ ແຂວງ ອັດຕະປື ຕາງໜ້າໃຫ້ແກ່ຜູ້ບໍລິຈາກທັງໝົດມອບເງິນ ຊ່ວຍເຫຼືອໃນຄັ້ງນີ້ໂດຍ ທ່ານ ບົວວັນ ສີມະລີວົງ ຮອງຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ຕາງໜ້າຮັບໂດຍ ນາຍບ້ານຈາກ 9 ບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ປະກອບມີ: ນາຍບ້ານບ້ານແທຄຸ້ມໂຄກກ່ອງ, ນາຍບ້ານບ້ານແທ ຄຸ້ມທ່າອວນ, ນາຍບ້ານບ້ານສະໝອງໃຕ້, ນາຍບ້ານບ້ານທ່າແສງຈັນ, ນາຍບ້ານບ້ານທ່າຫີນ, ນາຍບ້ານບ້ານຫີນລາດ, ນາຍບ້ານບ້ານໃໝ່, ນາຍບ້ານບ້ານໄຊດອນໂຂງ ແລະ ນາຍບ້ານບ້ານຕະມໍຢອດ.

ໂດຍພາຍໃຕ້ການເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື ພ້ອມດ້ວຍ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງໆສະໜາມໄຊ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງອັດຕະປື, ຫົວໜ້າ ທຄຕລ ສາຂາອັດຕະປື ແລະ ຕາງໜ້າຄະນະຮັບຜິດຊອບໂຄງການ OneHeart ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຊິ່ງສາເຫດທີ່ເຮັດໃຫ້ມີການຊັກຊ້າໃນການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ແມ່ນເນື່ອງມາຈາກ ພາກສ່ວນກ່ຽວຂ້ອງໄດ້ໃຊ້ເວລາຫຼາຍພໍສົມຄວນ ໃນການເກັບກຳຂໍ້ມູນຜູ້ໄດ້ຮັບຜົນກະທົບຢ່າງລະອຽດ. ມາຮອດປັດຈຸບັນນີ້ ຈຶ່ງຮູ້ຂໍ້ມູນລະອຽດຂອງ ຜູ້ປະສົບໄພພິບັດທັງໝົດ ຈຶ່ງສາມາດເປີດບັນຊີໃຫ້ຜູ້ທີ່ໄດ້ຮັບຜົນກະທົບແລ້ວຈຳນວນທັງໝົດ 1.174 ບັນຊີ (ບັນຊີ/ຄອບຄົວ) ໂດຍມີຜູ້ປະສົບໄພພິບັດນ້ຳຖ້ວມທັງໝົດ 4.663 ຄົນ. ຈໍານວນເງິນສະເລ່ຍແມ່ນ 869.681 ກີບ/ຄົນ ເຊິ່ງໄດ້ຄິດໄລ່ຕາມຈໍານວນສະມາຊິກໃນຄອບຄົວຕົວຈິງ.

ສຳລັບເງິນຊ່ວຍເຫຼືອທັງໝົດແມ່ນໄດ້ຖືກໂອນເຂົ້າບັນຊີຂອງຜູ້ປະສົບໄພຮຽບຮ້ອຍແລ້ວ ເພື່ອໃຫ້ເຂົາເຈົ້ານຳໄປຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ.

ທີ່ມາ: BCEL Bank