ສູນກາງຊາວໜຸ່ມຈັດກິດຈະກຳບໍລິຈາກເລືອດ

104

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ອົງການກາແດງລາວ ຮ່ວມກັນສ້າງຂະບວນການບໍລິຈາກເລືອດ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ພາຍໃຕ້ຄໍາຂວັນ “ ສິນໄຊແຫ່ງຍຸກສະໄໝຮ່ວມໃຈບໍລິຈາກເລືອດ ” ເພື່ອປູກຈິດສໍານຶກໃຫ້ຊາວໜຸ່ມ – ເຍົາວະຊົນ.

ກິດຈະກຳບໍລິຈາກເລືອດໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2019 ທີ່ສູນການຄ້າ ລາວ – ໄອເຕັກຕຶກໃໝ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ທ່ານ ບີຢ່າ ຢາທໍ່ຕູ້ ຄະນະນໍາສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ( ສຊປປລ ) ພ້ອມດ້ວຍບັນດາພະນັກງານ ແລະ ນ້ອງນັກ  ຮຽນ – ນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ບີຢ່າ ຢາທໍ່ຕູ້ ກ່າວວ່າ: ກິດຈະກໍາບໍລິຈາກເລືອດຄັ້ງນີ້ເປັນຂະບວນການທີ່ມີເນື້ອໃນເພື່ອຊົມເຊີຍ 2 ວັນສໍາຄັນ ໂດຍສະເພາະໂຄງການປູກຈິດສໍານຶກ ແລະ ໂຄງການໃຫ້ຄໍາປຶກສາເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ – ເຍົາວະຊົນ ພ້ອມທັງເປັນກິດຈະກໍາໜຶ່ງຂອງບຸນມະໂຫລານຊາວໜຸ່ມທີ່ຈະໄດ້ຈັດຂຶ້ນໃນຕົ້ນປີ 2020 ນີ້.

ທ່ານ ດຣ. ຄໍາຮຸ່ງ ເຮືອງວົງສີ ກ່າວວ່າ: ຕາມສະຖິຕິການບໍລິຈາກເລືອດໃນໄລຍະຜ່ານມາ ເຫັນວ່າອາສາສະໝັກຊາວໜຸ່ມແມ່ນເປັນກໍາລັງແຮງໃນການບໍລິຈາກເລືອດ ທີ່ກວມເອົາຫຼາຍກວ່າເຄິ່ງຂອງການບໍລິຈາກເລືອດແຫ່ງຊາດໃນແຕ່ລະປີ, ຂະບວນການບໍລິຈາກເລືອດໄດ້ຊ່ວຍຊີວິດຄົນຫຼາຍລ້ານຄົນໃນແຕ່ລະປີ ແລະ ເລືອດໄດ້ສ້າງຮອຍຍິ້ມທີ່ມີຄວາມສຸກຂອງຜູ້ໄດ້ຮັບການປິ່ນປົວ, ການສົ່ງເລືອດໄດ້ຊ່ວຍໃຫ້ສຸຂະພາບຂອງຄົນເຈັບທີ່ໄດ້ຮັບຄວາມທໍລະມານຈາກພະຍາດຮ້າຍແຮງຕ່າງໆດີຂຶ້ນ, ຊ່ວຍໃຫ້ເຂົາເຈົ້າມີຊີວິດຍືນຍາວ ແລະ ມີຄຸນນະພາບຊີວິດດີຂຶ້ນ.

ນັບແຕ່ປີ 2016 – 2019 ສູນເລືອດແຫ່ງຊາດສ້າງຂະບວນການບໍລິຈາກເລືອດ ໄດ້ບັນລຸຄາດໝາຍ ເຊິ່ງໃນປີ 2018 ບັນລຸ 50 ພັນຖົງ, ປີ 2019 ບັນລຸ 55 ພັນຖົງ ແລະ ຄາດໝາຍປີ 2020 ໃຫ້ບັນລຸ 60 ພັນຖົງ.

ຂ່າວ: ທິບອຸສາ