ລັດຖະບານ ມອບໃຫ້ຄະນະສະເພາະກິດສືບຕໍ່ດໍາເນີນການກວດກາໂຄງການເຊົ່າ – ສໍາປະທານທີ່ດິນລັດໃນຂອບເຂດທົ່ວປະເທດ

176

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2019 ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 7 ເອກະສານສໍາຄັນ ໂດຍໄດ້ມອບໃຫ້ຄະນະສະເພາະກິດສືບຕໍ່ດໍາເນີນການກວດກາໂຄງການເຊົ່າ – ສໍາປະທານທີ່ດິນລັດໃນຂອບເຂດທົ່ວປະເທດ.

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2019 ໄດ້ໄຂຂຶ້ນໃນວັນທີ 19 ແລະ ປິດລົງໃນວັນທີ 20 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດ ຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມລັດຖະບານເປີດກວ້າງ ຄັ້ງນີ້ໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື ແລະ ພິຈາລະນາ 7 ເອກະສານສໍາຄັນ. ສຳລັບເອກະສານທີ4 ກອງປະຊຸມໄດ້ຮັບຟັງການລາຍງານຜົນການກວດກາບັນດາໂຄງການເຊົ່າ – ສໍາປະທານທີ່ດິນລັດໃນຂອບເຂດທົ່ວປະເທດ ຈຳນວນ 438 ໂຄງການ ເຊິ່ງໄດ້ກວດກາສຳເລັດ ແລະ ໄດ້ດຳເນີນການສະຫຼຸບຖອດຖອນບົດຮຽນແລ້ວ.

ກອງປະຊຸມເຫັນດີມອບໃຫ້ຄະນະສະເພາະກິດສືບຕໍ່ດໍາເນີນການກວດກາໃນຂອບເຂດທົ່ວປະເທດ ແລະ ສືບຕໍ່ແກ້ໄຂ ເພື່ອເຮັດໃຫ້ບັນຫາການເຊົ່າ – ສຳປະທານທີ່ດິນລັດທີ່ບໍ່ຖືກຕ້ອງໃຫ້ຫຼຸດລົງເທື່ອລະກ້າວ ເຊິ່ງການແກ້ໄຂຕ້ອງໄດ້ເຮັດເປັນແຕ່ລະກໍລະນີ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ພ້ອມນີ້, ໄດ້ຊີ້ນຳໃຫ້ອໍານາດການປົກຄອງທ້ອງຖິ່ນເອົາໃຈໃສ່ໃນການຕິດຕາມກວດກາ ແລະ ແກ້ໄຂບັນດັ່ງກ່າວໃຫ້ທັນການ, ບໍ່ແກ່ຍາວ ແລະ ໄດ້ຮັບຜົນດີ.