ເປີດບ້ານຫົວນໍ້າທຸງ ເປັນບ້ານທ່ອງທ່ຽວວັດທະນະທໍາແຫ່ງທໍາອິດ ໃນເຂດສດຖະກິດບໍ່ເຕ່ນແດນງາມ

87

ບໍລິສັດ ທ່ອງທ່ຽວວັດທະນະທໍາ ຈິງລານ ໄດ້ຈັດພິທີເປີດບ້ານຫົວນໍ້າທຸງ ເປັນບ້ານທ່ອງທ່ຽວວັດທະນະທໍາແຫ່ງທໍາອິດ ໃນເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ ເມື່ອວັນທີ 18 ທັນວາຜ່ານມາ ໂດຍມີ ທ່ານ ສີວິໄລ ປັນແກ້ວ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ, ທ່ານ ນາງ ລີເມີຍ ປະທານ ກຸ່ມບໍລິສັດ ທ່ອງທ່ຽວວັດທະນະທໍາ ຈິງລານ, ມີອົງການປົກຄອງບ້ານບໍ່ເຕ່ນ, ແຂກຖືກເຊີນຈາກລາວ ແລະ ສປ ຈີນ ເຂົ້າຮ່ວມ.

ທ່ານ ນາງ ລີເມີຍ ປະທານ ກຸ່ມບໍລິສັດ ທ່ອງທ່ຽວວັດທະນະທໍາ ຈິງລານ ໃຫ້ຮູ້ວ່າ: ບ້ານຫົວນໍ້າທຸງ ໃນເມື່ອກ່ອນແມ່ນບ້ານບໍ່ເຕ່ນ ເປັນບ້ານຂອງຊົນເຜົ່າລື້, ມີມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມມາແຕ່ດຶກດໍາບັນ, ມີວິຖີການດໍາລົງຊີວິດອັນເປັນເອກະລັກຂອງເຜົ່າ. ໃນນັ້ນ, ເດັ່ນກວ່າໝູ່ແມ່ນການຕົ້ມເກືອບູຮານມາເປັນເວລາດົນນານ, ພາຍຫຼັງພັກ ແລະ ລັດຖະບານອະນຸມັດໃຫ້ນັກລົງທຶນຕ່າງປະເທດເຂົ້າມາສໍາປະທານພື້ນທີ່ເຂດດັ່ງກ່າວ ບ້ານບໍ່ເຕ່ນ ຈຶ່ງຖືກຍົກຍ້າຍລົງມາຕັ້ງຢູ່ເຂດຈັດສັນແຫ່ງໃໝ່. ເພື່ອເປັນການອະນຸຮັກມູນເຊື້ອໄວ້ໃຫ້ຄົນຮຸ່ນໃໝ່ໄດ້ເຫັນ ທາງກຸ່ມບໍລິສັດ ທ່ອງທ່ຽວວັດທະນະທໍາ ຈິງລານ ຈຶ່ງໄດ້ເຂົ້າພັດທະນາພື້ນທີ່ດັ່ງກ່າວໃຫ້ເປັນແຫຼ່ງທ່ອງທ່ຽວວັດທະນະທໍາໃນເຂດເສດຖະກິດສະເພາະບໍ່ເຕ່ນແດນງາມຂຶ້ນ.

ໃນນີ້, ໄດ້ສ້າງສູນຂໍ້ມູນ – ຂ່າວສານ, ອາຄານເກັບປີ້, ເສັ້ນທາງລົດຂຶ້ນຫາບ້ານ, ປະຕູເຂົ້າບ້ານ, ເຮືອນເຕົາຕົ້ມເກືອບູຮານ, ເຮືອນຊົນເຜົ່າຕ່າງໆ ແລະ ວິຖີຊີວິດຂອງຊົນເຜົ່າ ເປັນຕົ້ນແມ່ນການຈັກສານ, ຍ້ອມສີທໍາມະຊາດ, ຕໍ່າຫູກ ແລະ ອື່ນໆ ເພື່ອໃຫ້ນັກທ່ອງທ່ຽວທີ່ເຂົ້າໄປທ່ຽວຊົມໄດ້ຮູ້ເຫັນ. ພ້ອມນີ້, ຍັງມີການວາງຂາຍເຄື່ອງຫັດຖະກໍາ, ຜ້າແພຈາກຊົນເຜົ່າຕ່າງໆໃຫ້ແກ່ນັກທ່ອງທ່ຽວ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າທາງກຸ່ມບໍລິສັດ ຍັງຈະໄດ້ສືບຕໍ່ຂະຫຍາຍໃຫ້ມີຫຼາກຫຼາຍກິດຈະກໍາຕື່ມອີກ ເປັນຕົ້ນແມ່ນ ສ້າງວັດວາອາຮາມ, ສວນສັດ ແລະ ອື່ນໆ.

ຈາກນັ້ນ, ກໍໄດ້ມີພິທີເປີດປ້າຍບ້ານຫົວນໍ້າທຸງ ເປັນບ້ານທ່ອງທ່ຽວວັດທະນະທໍາໃນເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ ພ້ອມທັງເຮັດພິທີທາງສາສະໜາ, ຕັກບາດຢາດນໍ້າ, ເຂົ້າທ່ຽວຊົມວິທີການຕົ້ມເກືອບູຮານ, ຊົມເຮືອນຊົນເຜົ່າ ແລະ ຊົມການສະແດງສິລະປະວັນນະຄະດີຂອງບັນດາເຜົ່າຕື່ມອີກ.

ຂ່າວ: ສົມພອນ ຂຸນດາວົງ