ນັກທຸລະກິດຈີນ ລົງທຶນ 6 ຕື້ກວ່າກີບ ສົ່ງເສີມການປູກຕົ້ນໃບຊາໝ້ຽງ

97

ພິທີເຊັນສັນຍາໂຄງການສໍາປະທານເກັບຊື້ ແລະ ສົ່ງເສີມການປູກຕົ້ນໃບຊາໝ້ຽງ ຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 19 ທັນວາ 2019 ນີ້ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ລະຫວ່າງ ທ່ານ ນາງ ຄໍາມີ ຈັນທິບ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ແລະ ທ່ານ ເຊຍ ຈຸນລຸຍ ປະທານ ບໍລິສັດ ທຽນຜິນ ຫົງ ເຕັກໂນໂລຊີ – ຊີວະພາບກະສິກໍາ ຈໍາກັດ.

ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີເຈົ້າເມືອງໄຊຍະບູລີ, ເມືອງບໍ່ແຕນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ວິຊາການທັງສອງຝ່າຍເຂົ້າຮ່ວມ.

ໂຄງການສໍາປະທານເກັບຊື້ ແລະ ສົ່ງເສີມການປູກຕົ້ນໃບຊາໝ້ຽງຂອງ ບໍລິສັດ ທຽນ ຜີນ ຫົງ ເຕັກໂນໂລຊີຊີວະພາບກະສິກໍາ ຈໍາກັດ ຢູ່ແຂວງໄຊຍະບູລີ ຈະໄດ້ລົງມືແຕ່ປີ 2020 ເປັນຕົ້ນໄປກໍານົດ 25 ປີ ເຊິ່ງຈະປະຕິບັດຢູ່ 2 ເມືອງ ຄື: ເມືອງໄຊຍະບູລີ ຢູ່ບ້ານນໍ້າຄາ ສໍາປະທານທີ່ດິນລັດເພື່ອບົວລະບັດຮັກສາຕົ້ນຊາໝ້ຽງທໍາມະຊາດ ແລະ ສົ່ງເສີມການປູກ, ເກັບຊື້ ແລະ ສ້າງຕັ້ງໂຮງງານໃນເນື້ອທີ່ 75,7 ເຮັກຕາ. ໃນນີ້, ມີຕົ້ນຊາໝ້ຽງທໍາມະຊາດ ມີຢູ່ 3.346 ຕົ້ນ, ຄາດຄະເນທຶນທີ່ຈະນໍາໃຊ້ເຂົ້າດໍາເນີນກິດຈະການທັງໝົດ 4 ຕື້ 109 ລ້ານກວ່າກີບ.

ສ່ວນເມືອງບໍ່ແຕນ ແມ່ນກໍານົດເອົາບ້ານໜອງປາຈີດ, ບ້ານກຸ່ມ ມີເນື້ອທີ່ທັງໝົດ 84 ເຮັກຕາ, ມີຕົ້ນຊາໝ້ຽງທໍາມະຊາດທັງໝົດ 5.379 ຕົ້ນ, ມີທຶນທັງໝົດ 2 ຕື້ 388 ລ້ານກວ່າກີບ.

ລວມທຶນທັງໝົດທີ່ທາງ ບໍລິສັດ ທຽນ ຜີນ ຫົງ ເຕັກໂນໂລຊີຊີວະພາບກະສິກໍາ ຈໍາກັດ ຂອງບໍລິສັດຈີນທີ່ລົງທຶນຢູ່ແຂວງໄຊຍະບູລີ ມີທັງໝົດ 6,5 ຕື້ກີບ. ນອກຈາກການນໍາໃຊ້ຊາທໍາມະຊາດທີ່ມີຢູ່ແລ້ວ ທາງບໍລິສັດຍັງໄດ້ວາງແຜນຂະຫຍາຍເນື້ອທີ່ປູກຊາ, ກະກຽມເບ້ຍຊາ, ປຸ໋ຍ ໂດຍຈະນໍາໃຊ້ແຮງງານຂອງປະຊາຊົນທີ່ເໝາະສົມ.

ຂ່າວ: ບຸນທີ