ສູນຂໍ້ມູນ – ຂ່າວສານແຜ່ນດິນໄຫວແຫ່ງຊາດ ຈະສາມາດຊ່ວຍວິເຄາະຂໍ້ມູນ ແຜ່ນດິນໄຫວໄດ້ຢ່າງວ່ອງໄວທັນການ

80

ສູນຂໍ້ມູນ – ຂ່າວສານແຜ່ນດິນໄຫວແຫ່ງຊາດ ຈະສາມາດຊ່ວຍວິເຄາະຂໍ້ມູນ, ການລາຍງານ, ການແຈ້ງຂໍ້ມູນ – ຂ່າວສານແຜ່ນດິນໄຫວຂະໜາດ 3 ຣິກເຕີ ຂຶ້ນເມືອໄດ້ຢ່າງວ່ອງໄວ, ທັນການ ແລະ ຫຼຸດຜ່ອນຄວາມເສຍຫາຍ.

ພິທີມອບ – ຮັບສູນຂໍ້ມູນ – ຂ່າວສານແຜ່ນດິນໄຫວແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນໂຄງການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ໂດຍການເຂົ້າຮ່ວມຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຫວາງ ຊີຫຸ່ຍ ທີ່ປຶກສາເສດຖະກິດ – ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ທ່ານ ຫວາງ ຊີຫຸ່ຍ ກ່າວວ່າ: ໂຄງການນີ້ເປັນອີກໂຄງການໜຶ່ງທີ່ລັດຖະບານຈີນ ຊ່ວຍເຫຼືອລັດຖະບານ ສປປ ລາວ ເຊິ່ງສະແດງໃຫ້ເຫັນເຖິງການຮ່ວມມືທີ່ແໜ້ນແຟ້ນ ກໍຄືມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ລາວ – ຈີນ, ໂຄງການດັ່ງກ່າວຈະຍົກລະດັບຄວາມສາມາດໃນການຕິດຕາມ ແລະ ປ້ອງກັນໄພແຜ່ນດິນໄຫວ ໂດຍຈະປັບປຸງລະບົບປ້ອງກັນໄພແຜ່ນດິນໄຫວຂອງລາວໃຫ້ມີປະສິດທິພາບກວ່າເກົ່າ.

ທ່ານ ຂັນມະນີ ຂຸນພົນ ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ໂຄງການດັ່ງກ່າວເປັນການເພີ່ມທະວີ ແລະ ຍົກສູງຄວາມສາມາດໃນການວິເຄາະຂໍ້ມູນ, ການລາຍງານ, ການແຈ້ງຂໍ້ມູນ – ຂ່າວສານແຜ່ນດິນໄຫວຂະໜາດ 3 ຣິກເຕີຂຶ້ນໄປໄດ້ຢ່າງວ່ອງໄວ ແລະ ທັນການ ເຊິ່ງມີຄວາມໝາຍສໍາຄັນຍິ່ງຕໍ່ການຫຼຸດຜ່ອນຄວາມເສຍຫາຍຂອງປະຊາຊົນ, ປ້ອງກັນ ແລະ ຫຼຸດຜ່ອນໄພພິບັດທໍາມະຊາດທາງທໍລະນີສາດໃນລາວກໍຄືພາກພື້ນ ທ່ານຂັນມະນີ ຂຸນພົນ ຍັງໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານຈີນ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້.

ສູນຂໍ້ມູນ – ຂ່າວສານແຜ່ນດິນໄຫວແຫ່ງຊາດລາວຕັ້ງຢູ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ນະຄອນຫຼວງວຽງຈັນ ເປັນອາຄານ 2 ຊັ້ນ ລວມຫ້ອງການເຮັດວຽກ 12 ຫ້ອງ ເປັນຕົ້ນແມ່ນຫ້ອງເຄື່ອງຕິດຕາມແຜ່ນດິນໄຫວ, ຫ້ອງເຄື່ອງຮັບ – ສົ່ງຂໍ້ມູນ, ຫ້ອງຕິດຕາມລະບົບວິເຄາະຈຸດເກີດແຜ່ນດິນໄຫວ ແລະ ອື່ນໆ ຄາດວ່າຈະເລີ່ມໃຊ້ງານໃນປີ 2020.