ເຊີນທ່ຽວງານບຸນກິນຈຽງຊຳເກດ ເລີ່ມອາທິດໜ້າ

225

ໜູນວຽນມາອີກຮອບສໍາລັບງານປະເພນີບຸນກິນຈຽງ ຫຼື ບຸນປີໃໝ່ຂອງຊົນເຜົ່າມົ້ງ 1 ໃນ 50 ຊົນເຜົ່າ ເປັນບາງບຸນໃຫຍ່ໜຶ່ງທີ່ເຮົາຈະໄດ້ເຫັນສາວມົ້ງ, ບ່າວມົ້ງ ງາມໆຫຼໍ່ໆ ທັງຫຼາຍອອກມາປາກົດໂຕກາງເດີ່ນ ທັງມົ້ງແທ້ ແລະ ມົ້ງໃສ່ຊຸດເອົາ 555 ເພາະແຕ່ລະສະຖານທີ່ຈັດງານກໍຈະມັກມີຄົນໄປທ່ຽວຊົມຫຼາຍ ສໍາຜັດບັນຍາກາດ ບຸນປະເພນີ ແລະ ແຕ່ງກາຍໄປເລາະຫຼິ້ນຢ່າງມ່ວນຊື່ນ.

ເຊິ່ງກໍມີຫຼາຍໆສະຖານທີ່ ແຕ່ລະແຂວງ ຫຼື ໃນນະຄອນຫຼວງວຽງຈັນຈັດງານດັ່ງກ່າວ ດັ່ງທີ່ເດີ່ນຊໍາເກດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ກຳລັງຈະຈັດຂຶ້ນໃນວັນທີ 27 ທັນວາ 2019 ຫາ ວັນທີ 5 ມັງກອນ 2020 ແລະ ຂໍເຊີນທຸດມທ່ານຮ່ວມມ່ວນຊື່ນນໍາກັນໄດ້ ຄັ້ງນີ້ກໍເປັນປີທີ 4 ແລ້ວ ໃຜທີ່ຍັງບໍ່ທັນໄດ້ໄປສໍາຜັດກໍລອງໄປເບິ່ງເດີ້ ຫຼື ໃຜທີ່ໄປມາແລ້ວກໍໄປອີກຍິ່ງເປັນການດີ!!

ເຊື່ອວ່າເມື່ອມີຂ່າວບຸນກິນຈຽງຫຼາຍທ່ານຈະມີຄຳຖາມຕາມມາທັນທີວ່າ ອ້າວຄືວ່າຫາກໍ່ກິນແລ້ວວ່າງໜຶ່ງກິນອີກແລ້ວຫວາ? ຄວາມຈີງແລ້ວປາງບຸນປີໃໝ່ຂອງເຜົ້າມົ້ງແຕ່ໃດໆມາແຕ່ຈະຈັດງານບຸນເປັນແຕ່ລະບ້ານໄປ ແລ້ວແຕ່ວ່າບ້ານໃດພ້ອມແລ້ວກໍ່ພາກັນຈັດຂໍພຽງໃຫ້ຢູ່ລະຫວ່າງທ້າຍປີເດືອນ 11-12, ຄວາມພ້ອມໃນທີ່ນີ້ໝາຍເຖິງການເກັບກ່ຽວຜົນຜະລິດແນວຢູ່ແນວກິນພ້ອມສຳລັບການມາພັກຜ່ອນໃນລະຫວ່າງທີ່ຈັດງານບຸນ ເພາະໃນຊ່ວງນັ້ນເຂົາເຈົ້າຈະໄປຫຼິ້ນໄປທ່ຽວໄປຢ້ຽມຢາມພີ່ນ້ອງເຕັມທີ່ ຫຼັງຈາກນັ້ນຈະກັບສູ່ໜ້າວຽກໜ້າງານ ກໍ່ຄືກັບມາເຮັດໄຮ່ນາຮົ້ວສວນຕາມປົກກະຕິ ສະນັ້ນ ຈິ່ງບໍ່ແມ່ນເລື່ອງແປກທີ່ບ້ານຊຳເກດຈະກິນຊ້າກວ່າບ້ານອື່ນໆ!

ພາຍໃນງານປີນີ້ທ່ານຈະໄດ້ພົບກັບການປະກວດນາງສາວມົ້ງລາວ ທັງ 30 ຄົນ ແລະ ພິເສດພົບກັບ ນາງສາວມົ້ງ Minnesota 2019 ໄດ້. ຮ່ວມຊົມກິລາ ຊົນງົວ, ຍິງໜ້າເກັກ, ເຕະບານ, ໂຍ່ນໝາກຄອນ ແລະ ອື່ນໆອີກຫຼາຍຢ່າງ ຮ່ວມມ່ວນຊື່ນນໍາກັນເດີ້ ສະດວກມື້ໃດໄປມື້ນັ້ນເລີຍ …

ບຸນກິນຈຽງ ແມ່ນບຸນປະຈຳປີຂອງເຜົ່າມົ້ງ ແມ່ນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່,ເປັນສັນຍາລັກແຫ່ງຄວາມສາມັກຄີ,ຄວາມຜູກໝັ້ນໃນວົງສາຄະນາຍາດຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ແລະ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນະຍາດຕົນ.

ເຊິ່ງເຈົ້າກົກເຈົ້າເລົ່າ ໄດ້ນຳພາຊາວເຜົ່າມົ້ງຈັດງານບຸນນໍເປເຈົາ ທີຍິ່ງໃຫຍ່ຂື້ນມາແຕ່ດົນນານ ແລະ ມີຄວາມໝາຍຄວາມສຳຄັນທີ່ສ່ອງແສງເຖິງຮິດຄອງປະເພນີ, ວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວ

ໂດຍສະເພາະແມ່ນເຜົ່າມົ້ງ,ເຊິ່ງມີເອກະລັກສະເພາະຂອງເຜົ່າເຊັ່ນ: ການໂຍນໝາກຄອນ,ເປົ່າແຄນ,ການຂັບລຳ,ຍິງໜ້າເກັກ,ຕີໝາກຂ່າງ,ເປົ່າຂຸ່ຍ ແລະ ເປົ່າໃບໄມ້. ຊົນເຜົ່າມົ້ງເປັນ ຊົນເຜົ່າ ໜຶ່ງໃນ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວຈັດຢູ່ໃນ ໝວດພາສາມົ້ງ – ອີວມຽນ ມີປະຫວັດຄວາມເປັນມາອັນຍາວນານຄ້າຍຄືກັບຊົນເຜົ່າອື່ນໆ ຂອງລາວ.