ຈະໃຊ້ເວລາປີກວ່າ ສ້າງສະຖານີລົດເມທີ່ສູນການຄ້າລາວ-ໄອເຕັກ

198

ນັບວ່າເພີ່ມຄວາມສະດວກສະບາຍ ແລະ ທາງເລືອກໃຫ້ກັບຜູ້ໂດຍສານ ແລະ ນັກເດີນທາງໃນນະຄອນຫຼວງວຽງຈັນໃຫ້ມີການນໍາໃຊ້ລົດໂດຍສານໄປມາສະດວກເພີ່ມຕື່ມ ບວກກັບຈໍານວນປະຊາກອນ ແລະ ຍານພາຫະນະຂອງປະເທດລາວທີ່ນັບມື້ນັບເພີ່ມຂຶ້ນອັນເປັນສາເຫດຫຼັກທີ່ເຮັດໃຫ້ເກີດຄວາມແອອັດຂອງການສັນຈອນໃນທ້ອງຖະໜົນໂດຍສະເພາະຊົ່ວໂມງເລັ່ງດ່ວນ;

ໃນໂອກາດທີ່ນະຄອນໂຕກຽວ (ປະເທດຍີ່ປຸນ) ໄດ້ສະເໜີໃຫ້ການຊ່ວຍເຫຼືອລ້າ ລົດເມຈຳນວນ 25 ຄັນໃຫ້ແກ່ ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ, ໃນຂະນະດຽວກັນ ບໍລິສັດ ລາວເວີນ ມະຫາຊົນ ກໍ່ໄດ້ມີແຜນຢາກໃຫ້ລົດເມແລ່ນເຂົ້າຜ່ານ ສູນການຄ້າລາວ-ໄອເຕັກ.

ຖືເປັນເລື່ອງທີ່ເໝາະເຈາະ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໃຫ້ການຊ່ວຍເຫຼືອດ້ານງົບປະມານ ໃນການນຳເຂົ້າລົດເມຈຳນວນດັ່ງກ່າວ ແລະ ຕໍ່ມາກໍ່ໄດ້ໃຫ້ການຊ່ວຍເຫຼືອດ້ານງົບປະມານໃນການປັບປ່ຽນປະຕູລົດເມ ຈາກດ້ານຊ້າຍມາເປັນດ້ານຂວາ ເປັນລະບົບໄຮໂດຣລິກ;

ຕໍ່ມາກໍເຫັນດີໃຫ້ຄວາມຊ່ວຍເຫຼືອດ້ານສະຖານທີເພື່ອເປັນສະຖານີລົດເມຊົ່ວຄາວ ບາງສາຍທາງທີ່ມີຈຸດເລີ່ມຕົ້ນຈາກສູນການຄ້າລາວ-ໄອເຕັກ ເຊັ່ນ: ສາຍທາງໄອເຕັກ-ຕະຫຼາດເຊົ້າ-ສະໜາມບິນວັດໄຕ; ສາຍທາງໄອເຕັກ-ຕະຫຼາດໄຮ່ຄຳ; ສາຍທາງໄອເຕັກ-ດົງໂດກ ແລະ ສາຍທາງອື່ນອີກຈຳນວນໜຶ່ງ;

ເມື່ອເຫັນໄດ້ວ່າມີປະສິດທິຜົນ ແລະ ມີຄວາມພ້ອມໃນການໃຫ້ບໍລິການແບບເຕັມໂຕ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ສະເໜີຂໍສ້າງສະຖານີລົດເມນະຄອນຫຼວງວຽງຈັນ ທີ່ສູນການຄ້າລາວ-ໄອເຕັກ ເພື່ອຊ່ວຍຫຼຸດຜ່ອນຄວາມແອອັດຂອງການສັນຈອນຍານພະຫະນະບົນທ້ອງຖະໜົນ, ຮອງຮັບສາຍທາງລົດເມທີ່ຈະເພີ່ມຂຶ້ນໃນຕໍ່ໜ້າ ແລະ ດຶງດູດເອົາມ່ວນຊົນເຂົ້າມາສູນການຄ້າລາວ-ໄອເຕັກ;

ຫຼັງຈາກການຕົກລົງເຫັນດີຈາກຂັ້ນເທິງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງແລ້ວ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານຮ່ວມກັນຢ່າງໃກ້ຊິດ ເພື່ອໃຫ້ການກະກຽມ ແລະ ການຈັດຕັ້ງປະຕິບັດ ການສ້າງສະຖານີລົດເມນະຄອນຫຼວງວຽງຈັນ ທີ່ສູນການຄ້າລາວ-ໄອເຕັກ ໃຫ້ເປັນໄປຕາມແຜນທີ່ກຳນົດນົດໄວ້, ເຊິ່ງໂຄງການດັ່ງກ່າວ ຄາດວ່າຈະສຳເລັດການກໍ່ສ້າງ ແລະ ສາມາດເປີດນຳໃຊ້ໄດ້ພາຍໃນເວລາ 18 ເດືອນ;

ເພື່ອເຮັດໃຫ້ໂຄງການສ້າງສະຖານີລົດເມນະຄອນຫຼວງວຽງຈັນ ທີ່ສູນການຄ້າລາວ-ໄອເຕັກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນທາງການ ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ຈັດຕັ້ງພິທີສັນຍາໂຄງການດັ່ງກ່າວນີ້ຂຶ້ນໃນວັນທີ 19 ທັນວາ 2019 ຜ່ານມາ.