ຕຳຫຼວດຊຽງໄຮ້ມາຢາມລາວ ແລກປ່ຽນບົດຮຽນກັບນະຄອນຫຼວງວຽງຈັນ

556

ດົນໆຈະໄດ້ເຫັນການເດີນທາງແລກປ່ຽນບົດຮຽນລະຫວ່າງເຈົ້າໜ້າທີ່ຕຳຫຼວດດ້ວຍກັນ, ແຕ່ສຳລັບສາຍພົບພັນໃນຂົງເຂດຄວາມສະຫງົບລາວ-ຈີນແມ່ນໄດ້ຮັບການຈັດຕັ້ງຜັນຂະຫຍາຍມາໂດຍຕະຫຼອດ ບໍ່ວ່າຈະເປັນການແລກປ່ຽນຢ້ຽມຢາມລະຫວ່າງການນຳຂັ້ນສູງ ແລະລະດັບວິຊາການ.

ຫຼ້າສຸດນີ້ໃນຕອນເຊົ້າວັນທີ 20 ທັນວາ 2019 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ນວ, ຄະນະຜູ້ແທນ ກອງບັນຊາການຕໍາຫຼວດ ນະຄອນຊຽງໄຮ້ ສາທາລະນະລັດ ປະຊາຊົນຈີນ ນໍາໂດຍ ທ່ານ ຢວນ ຈື້ຫາງ ຫົວໜ້າສູນບັນຊາ ກອງບັນຊາການຕໍາຫຼວດ ນະຄອນຊຽງໄຮ້ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ກັບຄະນະນໍາ ກອງບັນຊາການ ປກສ ນວ ໃຫ້ກຽດຕ້ອນຮັບໂດຍ ພັອ ຄໍາເກີດ ກຸມມານ ຮອງຫົວໜ້າກອງບັນຊາການ ປກສ ນວ ພ້ອມດ້ວຍຄະນະ.

ການພົບປະຢ້ຽມຢາມ ແລະ ເຮັດວຽກ ຂອງ 2 ກອງບັນຊາການ ໃນຄັ້ງນີ້ ພັອ ຄໍາເກີດ ກຸມມານ ຮອງຫົວໜ້າກອງບັນຊາການ ປກສ ນວ ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງຂອງ ນວ, ເຊີ່ງ ປະຈຸບັນ ມີພົນລະເມືອງຈີນ ເຂົ້າມາດໍາເນີນທຸລະກິດ 20 ກວ່າບໍລິສັດ ແລະ ລົງທືນຢູ່ໃນຫຼາຍຂົງເຂດໃນນີ້ ໂຄງການໃຫຍ່ ແມ່ນການກໍ່ສ້າງເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດສະເພາະໄຊເສດຖາ, ສ້າງສູນການຄ້າ-ຕະຫຼາດ 6 ແຫ່ງຄື: ຕະຫຼາດຊັງຈ່ຽງ, ສູນການຄ້າວຽງຈັນເຊັນເຕີ, ສູນການຄ້າເວີເທດເຊັນເຕີ, ສີໄຄເມກ້າມໍ, ອາຊຽນມໍ, ຕືກອາຄານແຄມຂອງ.

ພ້ອມທັງລາຍງານກ່ຽວກັບສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເປັນຕົ້ນ ແມ່ນສະພາບປະກົດການຫຍໍ້ທໍ້ ເຊີ່ງໃນປີ 2019 ນີ້, ມີປະກົດການຫຍໍ້ທໍ້ເກີດຂື້ນທັງໝົດ 3.000 ກວ່າເລື່ອງ, ແກ້ໄຂໄດ້ 2.000 ກວ່າເລື່ອງ, ສາມາດກັກຕົວຜູ້ຖືກຫາໄດ້ 3.000 ກວ່າຄົນ.

ໃນນີ້ ພົ້ນເດັ່ນກວ່າໝູ່ແມ່ນລັກຊັບພົນລະເມືອງ ເກີດຂຶ້ນ 1.178 ເລື່ອງ ແລະ ໄດ້ແກ້ໄຂກຸ່ມແກ້ງຄົນຈີນທີ່ເຄື່ອນໄຫວໂຈນລະກໍາຂໍ້ມູນທາງດ້ານຄອມພີວເຕີ ສາມາດກັກຕົວຜູ້ກະທໍາຜິດໄດ້ 184 ຄົນ, ຍີງ 15 ຄົນ ແລ້ວນໍາສົ່ງໃຫ້ຕໍາຫຼວດ ສປ ຈີນ ດໍາເນີນຄະດີ, ນອກຈາກນີ້ ຍັງໄດ້ລາຍງານກ່ຽວກັບສະພາບອຸບັດຕິເຫດທີ່ເກີດຂຶ້ນໃນປີ 2019, ມີອຸບັດຕິເຫດເກີດຂຶ້ນທັງໝົດ 1.000 ກວ່າເລື່ອງ, ມີຜູ້ເສຍຊີວິດ 205 ຄົນ.

ທ່ານ ຢວນ ຈື້ຫາງ ຫົວໜ້າສູນບັນຊາ ກອງບັນຊາການຕໍາຫຼວດ ນະຄອນຊຽງໄຮ້ ສປ ຈີນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການປະຕິບັດໜ້າທີ່ໃນໄລຍະຜ່ານມາ; ພ້ອມທັງເຊີນຊວນຄະນະນໍາ ປກສ ນວ ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ດ້ານວຽກງານວິຊາສະເພາະ ຢູ່ນະຄອນຊຽງໄຮ້; ພ້ອມກ່າວຂອບໃຈຕໍ່ຄະນະນໍາ ປກສ ນວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອວຍພອນໃຫ້ພະນັກງານທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ການງານ.

Cr: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ