ນຳສະເໜີປະຕິທິນກົດໝາຍ ປີ 2020

119

ໃນຕອນບ່າຍຂອງວັນທີ 18 ທັນວາຜ່ານມາ ທີ່ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ມີງານນຳສະເໜີປະຕິທິນກົດໝາຍ ປີ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ຕຸ້ຍ ທຳມະວົງສາ ຮອງຫົວໜ້າກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍພະນັກງານ, ຄູ – ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ກ່າວວ່າ: ການສ້າງປະຕິທິນເພື່ອເຜີຍແຜ່ຂໍ້ມູນພື້ນຖານທາງດ້ານກົດໝາຍ ໂດຍອີງໃສ່ນິຕິກຳຕ່າງໆ ກໍເພື່ອສົ່ງເສີມໃຫ້ປະຊາຊົນ ແລະ ທຸກພາກສ່ວນໄດ້ມີສ່ວນຮ່ວມໃນການພັດທະນາແບບຍືນຍົງ, ປະກອບສ່ວນໂຄສະນາເຜີຍແຜ່ບັນດາລະບຽບການ, ຂໍ້ກຳນົດ ແລະ ກົດໝາຍທີ່ພັກ – ລັດວາງອອກ ໃຫ້ປະຊາຊົນຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງຕັ້ງໜ້າ.

ເປັນການສົ່ງເສີມ – ສະໜັບສະໜູນໃຫ້ອົງການປົກຄອງທ້ອງຖິ່ນ ໄດ້ນຳໃຊ້ສື່ສິ່ງພິມດັ່ງກ່າວໄປເຜີຍແຜ່ໂຄສະນາກ່ຽວກັບວຽກງານບໍລິຫານຈັດການ – ຄຸ້ມຄອງທີ່ດິນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອໃຫ້ປະຊາຊົນບັນດາເຜົ່າໃນເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງຂໍ້ມູນ – ຂ່າວສານໄດ້ຫຼາຍຂຶ້ນ, ສ້າງຄວາມຮູ້ ແລະ ຄວາມເຂົ້າໃຈແຈ້ງ ໃຫ້ກັບຊຸມຊົນທ້ອງຖິ່ນກ່ຽວກັບສິດ ແລະ ພັນທະຂອງຕົນທີ່ລະບຽບກົດໝາຍກຳນົດໄວ້.

ທ່ານ ຕຸ້ຍ ທຳມະວົງສາ ກ່າວວ່າ: ປະຕິທິນໃຫ້ຂໍ້ມູນທາງດ້ານກົດໝາຍແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2009 ໂດຍກຸ່ມແລກປ່ຽນເລື່ອງຂໍ້ມູນທີ່ດິນ ( LIWG ) ພາຍໃຕ້ຈຸດປະສົງອັນດຽວກັນກັບບັນດາອົງການຈັດຕັ້ງທາງສັງຄົມລາວ ແລະ ສາກົນ ໃນການໃຫ້ຂໍ້ມູນ – ຂ່າວສານທາງດ້ານກົດໝາຍກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໃນປີນີ້ເປັນປີທີ 11 ໃນການຜະລິດປະຕິທິນຂອງພວກເຮົາ.

ໃນປະຕິທິນ ປີ 2020 ປະກອບດ້ວຍຮູບພາບ ແລະ ເນື້ອໃນສື່ໃຫ້ເຫັນເຖິງການພົວພັນວຽກງານດ້ານທີ່ດິນ ແລະ ຊັບພະຍາກອນທຳມະຊາດ ເຊິ່ງຫົວຂໍ້ຫຼັກຂອງແຕ່ລະໜ້າມີເນື້ອໃນທີ່ສາມາດນຳໃຊ້ໄດ້ທາງດ້ານກົດໝາຍ ແລະ ເຂົ້າໃຈງ່າຍເໝາະສົມກັບປະຊາຊົນໃນແຕ່ລະທ້ອງຖິ່ນທົ່ວປະເທດ.

ການຈັດພິມຄັ້ງນີ້ ມີຈຳນວນ 5 ພັນກວ່າສະບັບ ເພື່ອແຈກຢາຍໃຫ້ພາກລັດ ແລະ ອົງການຈັດຕັ້ງທາງສັງຄົມ.

ຂ່າວ: ແກ້ວ; ຮູບ: ສອນໄຊ