ເມືອງຫົງສາ ມອບ – ຮັບໜ້າທີ່ຫົວໜ້າຫ້ອງການຜູ້ເກົ່າ ແລະ ຜູ້ໃໝ່ ຫຼາຍຕຳແໜ່ງ

94
????????????????????????????????????

ໃນວັນທີ 17 ທັນວາ 2019 ນີ້ ທີ່ຫ້ອງປະຊຸມຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ມີພິທີເຊັນບົດບັນທຶກມອບ – ຮັບໜ້າທີ່ ລະຫວ່າງ ທ່ານ ບຸນມີ ສີເມືອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຜູ້ເກົ່າ ກັບ ທ່ານ ຄຳພັນ ພັນລັກທຳ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຜູ້ໃໝ່, ມອບ – ຮັບໜ້າທີ່ລະຫວ່າງ ທ່ານ ຄຳພັນ ພັນລັກທຳ ຫົວໜ້າຫ້ອງການໂຄສະນາອົບຮົມເມືອງ ຜູ້ເກົ່າ ກັບ ທ່ານ ນາງ ຈັນທີ ຄຳພູວົງ ຫົວໜ້າຫ້ອງການໂຄສະນາອົບຮົມເມືອງ ຜູ້ໃໝ່, ມອບ – ຮັບໜ້າທີ່ລະຫວ່າງ ທ່ານ ອາບີ ພົງສະຫວັນ ຫົວໜ້າຫ້ອງການວິທະຍາສາດ – ເຕັກໂນໂລຊີ ຜູ້ເກົ່າ ກັບ ທ່ານ ບຸນມີ ສີເມືອງ ຫົວໜ້າຫ້ອງການວິທະຍາສາດ – ເຕັກໂນໂລຊີ ຜູ້ໃໝ່.

ໃນວັນທີ 18 ຂອງເດືອນດຽວກັນ ຢູ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍໄດ້ມີພິທີເຊັນບົດບັນທຶກມອບ – ຮັບໜ້າທີ່ລະຫວ່າງ ທ່ານ ພົມມາ ພົມມະຫານ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຜູ້ເກົ່າ ກັບ ທ່ານ ພູວົງ ກອງຊັບ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຜູ້ໃໝ່, ມອບ – ຮັບໜ້າທີ່ລະຫວ່າງ ທ່ານ ທອງໂຕ້ ຈັນທະລັງມາ ຫົວໜ້າຄະນະຈັດຕັ້ງເມືອງ ຜູ້ເກົ່າ ກັບ ທ່ານ ພົມມາ ພົມມະຫານ ຫົວໜ້າຄະນະຈັດຕັ້ງເມືອງ ຜູ້ໃໝ່, ມອບ – ຮັບໜ້າທີ່ລະຫວ່າງ ທ່ານ ນາງ ຈັນທີ ຄຳພູວົງ ຫົວໜ້າຫ້ອງການພາຍໃນເມືອງ ຜູ້ເກົ່າ ກັບ ທ່ານ ທ່ານ ທອງໂຕ້ ຈັນທະລັງມາ ຫົວໜ້າຫ້ອງການພາຍໃນເມືອງ ຜູ້ໃໝ່.

ໂດຍມີ ທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດທິດສະດີ ແລະ ວຽກງານພັກ – ພະນັກງານເມືອງຫົງສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນການມອບ – ຮັບໜ້າທີ່ໃນຄັ້ງນີ້ ອີງໃສ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຫົງສາ ຄັ້ງທີ VIII ແລະ ປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກເມືອງ, ຂໍ້ຕົກລົງຂອງເຈົ້າເມືອງຫົງສາ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າຫ້ອງການຂອງເມືອງຈຳນວນໜຶ່ງ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງມີຄວາມເຂັ້ມແຂງ ແລະ ສອດຄ່ອງກັບໜ້າທີ່ວຽກງານໃນໄລຍະໃໝ່.

ໂອກາດນີ້, ທ່ານ ນາງ ດາວວິນ ລາດຊະກິດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃຫ້ສືບຕໍ່ຊີ້ນໍາ – ນຳພາ, ສຶກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ, ພະນັກງານແຕ່ລະຫ້ອງການທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ເຂົ້າໃຈ ແລະ ຮັບຮູ້ຕໍ່ການສັບປ່ຽນໜ້າທີ່ດັ່ງກ່າວ, ແນໃສ່ບໍ່ໃຫ້ມີການສວຍໂອກາດ, ທັບຖົມໂຈມຕີກັນໃນທາງທີ່ບໍ່ດີ, ດ້ານໃດທີ່ເປັນຜົນສຳເລັດທີ່ໄດ້ນຳພາ ແລະ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ສ່ວນດ້ານໃດທີ່ຍັງອ່ອນ ແລະ ຄົງຄ້າງກໍໃຫ້ເລັ່ງປັບປຸງແກ້ໄຂ.

ຂ່າວ – ຮູບ: ກິດຕິສັກ ບົວໄລ ( ນັກຂ່າວເມືອງຫົງສາ )