3 ແຂວງ ໄດ້ຮັບການຊ່ວຍເຫຼືອກໍ່ສ້າງໂຮງຮຽນ ແລະ ນໍ້າລິນ

141

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໃນໂຄງການຂະຫຍາຍ – ກໍ່ສ້າງໂຮງຮຽນ ແລະ ໂຄງການກໍ່ສ້າງລະບົບນໍ້າລິນ ໃຫ້ແກ່ແຂວງບໍ່ແກ້ວ, ເຊກອງ ແລະ ແຂວງໄຊຍະບູລີ ມູນຄ່າປະມານ 1,4 ຕື້ກວ່າກີບ ໂດຍຜ່ານໂຄງການເສີມສ້າງຄວາມເຂັ້ມແຂງໃນຂັ້ນມະນຸດຮາກຖານ ຫຼື GGP.

ເມື່ອວັນທີ 18 ທັນວາຜ່ານມາ ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ມີພິທີລົງນາມກ່ຽວກັບໂຄງການດັ່ງກ່າວ ໂດຍເປັນກຽດຮ່ວມລົງນາມຂອງ ທ່ານ ທາເກະວະກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ສົມພິດ ຈັນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ  ກີລາ ເມືອງຫ້ວຍຊາຍ ແຂວງ  ບໍ່ແກ້ວ, ທ່ານ ໂພທອງ ສີລັນດອນ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງລະມາມ ແຂວງເຊກອງ ແລະ ທ່ານ ນາງ ພູທອນສີ ຫົວໜ້າພະແນກສາທາລະນະສຸກ ແຂວງໄຊຍະບູລີ, ພ້ອມດ້ວຍຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການຂະຫຍາຍ ແລະ ກໍ່ສ້າງອາຄານຮຽນແມ່ນຈັດຕັ້ງປະຕິບັດທີ່ໂຮງຮຽນມັດທະຍົມຕອນຕົ້ນນໍ້າຈ້ວມ ແຂວງບໍ່ແກ້ວ ແລະ ໂຮງຮຽນມັດທະຍົມຕອນຕົ້ນໂມ ທີ່ແຂວງເຊກອງ; ໂຮງຮຽນທັງ 2 ແຫ່ງແມ່ນຢູ່ໃນສະພາບເກົ່າ ແລະ ແອອັດ ເພາະຈໍານວນນັກຮຽນ ແລະ ອາຈານທີ່ເພີ່ມຂຶ້ນທຸກປີ.

ໂຄງການດັ່ງກ່າວແມ່ນແນໃສ່ໃນການປັບປຸງສະພາບແວດລ້ອມຂອງການສຶກສາ ໂດຍການກໍ່ສ້າງ 3 – 6 ຫ້ອງຮຽນ ພ້ອມປະກອບອຸປະກອນການສຶກສາທີ່ຈຳເປັນຈຳນວນໜຶ່ງ.

ສ່ວນອີກໜຶ່ງໂຄງການແມ່ນການກໍ່ສ້າງລະບົບນໍ້າລິນໃຫ້ແກ່ບ້ານຖໍ້າລອດ ແຂວງໄຊຍະບູລີ ເຊິ່ງປ່ະຊາຊົນເຂດນີ້ຍັງບໍ່ມີນໍ້າສະອາດໃຊ້ຢ່າງພຽງພໍກັບຄວາມຕ້ອງການໃນໄລຍະຜ່ານມາ ປະຊາຊົນເຂດນີ້ຊົມໃຊ້ນໍ້າຈາກແຫຼ່ງນໍ້າທຳມະຊາດ ເຊິ່ງແມ່ນຖືກດູດມາຈາກແມ່ນໍ້າທີ່ມີທັງຂີ້ຕົມ ແລະ ມົນລະພິດ. ໂຄງການດັ່ງກ່າວນີ້ແມ່ນການສ້າງລະບົບນໍ້າລິນ ໂດຍລວມມີການຕິດຕັ້ງອ່າງເກັບນໍ້າ, ຖັງກົດຄວາມດັນ, ອ່າງເກັບນໍ້າສະອາດ, ທໍ່ສົ່ງນໍ້າ ແລະ ຈຸດສົ່ງນໍ້າ ເພື່ອຍົກລະດັບການເຂົ້າເຖິງນໍ້າສະອາດຂອງປະຊາຊົນ.

ຂ່າວ: ແກ້ວ; ຮູບ: ບຸນທະວີ