ອາການທີ່ສະແດງເຖິງພາວະຂາດວິຕາມິນ ບີ 1

172

ອາການຂາດວິຕາມິນ ບີ 1 ສັງເກດດັ່ງຕໍ່ໄປນີ້:

1 ອາການມຶນຊາປາຍມື, ປາຍຕີນ ຫຼື ອາດຮູ້ສຶກເຈັບເລັກໜ້ອຍຮ່ວມນຳ.

2 ອ່ອນເພຍ ແລະ ເມື່ອຍງ່າຍ ຫຼື ມີອາການຫອບເມື່ອຍ.

3 ເບື່ອອາຫານ.

4 ທ້ອງອືດ ຫຼື ທ້ອງຜູກ.

5 ມີອາການຈັງຕາມມື, ຕີນຂຶ້ນເລື້ອຍໆ ຫຼື ເຈັບສົ້ນນ່ອງ ແລະ ແຂນຂາບໍ່ມີແຮງ.

6 ປັດສາວະໜ້ອຍລົງ.

7 ອາລົມປ່ຽນແປງເລື້ອຍໆ.

8 ນ້ຳໜັກຫຼຸດລົງ.

9 ຫົວໃຈເຕັ້ນຜິດຈັງຫວະ ຫຼື ຫົວໃຈລົ້ມແຫຼວ.

ນອກຈາກນີ້, ອາການຂາດວິຕາມິນ ບີ 1 ແມ່ນຂຶ້ນຢູ່ກັບປະລິມານການຂາດວິຕາມິນຂອງແຕ່ລະບຸກຄົນນຳ ເພາະຖ້າມີພາວະຂາດວິຕາມິນ ບີ 1 ພຽງເລັກໜ້ອຍອາດຈະເຮັດໃຫ້ເກີດອາການມຶນຊາ ແລະ ອ່ອນເພຍໃຫ້ຮູ້ສຶກໄດ້ເຊັ່ນກັນ.

ຂໍ້ມູນຈາກ: good-lifeupdate.com, ຮຽບຮຽງ: ນຸ້ມນິ້ມ